16 ກຸ່ມປິນກຣິມລຸ້ນບຸກເບີກ
ຕົ້ນສະບັບພາສາອັງກິດ
ຮ່ອງຮອຍຂອງໂຣມໃນຄຣິສຕະຈັກແຫ່ງອັງກິດ
ເຖິງແມ່ນວ່າພວກນັກປະຕິຮູບຊາວອັງກິດ ໄດ້ປະຕິເສດຄຳສອນຂອງຄຣິສຕະຈັກໂຣມ, ແຕ່ພວກເຂົາກໍຍັງຮັກສາຮູບແບບຫຼາຍຢ່າງເອົາໄວ້. ດັ່ງນັ້ນ, ເຖິງແມ່ນວ່າມີການປະຕິເສດສິດອຳນາດ ແລະ ຫຼັກຂໍ້ເຊື່ອຂອງຄຣິສຕະຈັກໂຣມກໍຕາມ, ແຕ່ໃນການນະມັດສະການຂອງຄຣິສຕະຈັກແຫ່ງອັງກິດ ຍັງມີການຖືຕາມປະເພນີ ແລະ ພິທີກຳຂອງຄຣິສຕະຈັກໂຣມຢູ່ຫຼາຍພໍສົມຄວນ. ມີການກ່າວອ້າງວ່າ ສິ່ງເຫຼົ່ານີ້ບໍ່ແມ່ນເລື່ອງຂອງຈິດສຳນຶກຜິດຊອບ; ແລະເນື່ອງຈາກບໍ່ມີກົດບັນຍັດໃນພຣະຄຳພີທີ່ກ່າວເຖິງສິ່ງເຫຼົ່ານີ້ຢູ່ ມັນກໍເປັນເລື່ອງທີ່ບໍ່ຈຳເປັນ, ແຕ່ໃນຂະນະດຽວກັນກໍບໍ່ໄດ້ຖືກຫ້າມ. ສະນັ້ນ, ພວກເຂົາຈຶ່ງສະຫຼຸບວ່າ ປະເພນີ ແລະ ພິທີກຳເຫຼົ່ານັ້ນບໍ່ມີຄວາມຊົ່ວໃນຕົວມັນເອງ. ການປະຕິບັດຕາມຮູບແບບຂອງໂຣມນັ້ນ ສົ່ງຜົນໃຫ້ຄວາມແຕກຕ່າງທີ່ມີຢູ່ລະຫວ່າງພວກຄຣິສຕະຈັກຝ່າຍການປະຕິຮູບ ກັບຄຣິສຕະຈັກໂຣມນັ້ນ ໜ້ອຍລົງ; ມີຄົນໃຫ້ເຫດຜົນວ່າ ປະເພນີ ແລະ ພິທີກຳເຫຼົ່ານັ້ນຈະຊ່ວຍໃຫ້ຄົນທີ່ຢູ່ໃນຄຣິສຕະຈັກໂຣມໄດ້ກັບໃຈຮັບເຊື່ອໃນຫຼັກໂປຣແຕັສຕັງ. {GC 289.1}
ສຳລັບຄົນທີ່ບໍ່ມັກການປ່ຽນແປງ ແລະ ຢາກເປັນທີ່ຍອມຮັບຂອງຊາວໂລກ ເຫດຜົນດັ່ງກ່າວເປັນຄຳຕອບສຸດທ້າຍ, ແຕ່ກໍມີອີກກຸ່ມໜຶ່ງທີ່ບໍ່ໄດ້ເຫັນດີນຳໃນເລື່ອງນີ້. ການທີ່ທຳນຽມເຫຼົ່ານີ້ “ມີແນວໂນ້ມຈະເປັນສະພານຂ້າມລະຫວ່າງຄຣິສຕະຈັກໂຣມກັບຝ່າຍການປະຕິຮູບ” ກໍເປັນເຫດຜົນພຽງພໍສຳລັບພວກເຂົາທີ່ຈະຕ້ອງປະຖິ້ມມັນໄປ. ພວກເຂົາເບິ່ງຮູບແບບຕ່າງໆເຫຼົ່ານັ້ນວ່າ ເປັນສັນຍະລັກແຫ່ງຄວາມເປັນທາດ, ເຊິ່ງພວກເຂົາໄດ້ຮັບການປົດປ່ອຍມາແລ້ວ ແລະ ບໍ່ມີຄວາມປາຖະໜາທີ່ຈະກັບຄືນໄປເປັນທາດອີກ. ພວກເຂົາໃຫ້ເຫດຜົນວ່າ ພຣະເຈົ້າຊົງກຳນົດກົດລະບຽບຂອງການນະມັດສະການໄວ້ໃນພຣະຄຳຂອງພຣະອົງ; ສະນັ້ນ, ມະນຸດບໍ່ມີສິດທີ່ຈະເພີ່ມເຕີມ ຫຼື ລຶບລ້າງລາຍລະອຽດເຫຼົ່ານັ້ນ. ການປະຖິ້ມຄວາມເຊື່ອຄັ້ງຍິ່ງໃຫຍ່ໄດ້ເລີ່ມຕົ້ນຂຶ້ນຍ້ອນຄວາມພະຍາຍາມທີ່ຈະເສີມສິດອຳນາດຂອງພຣະເຈົ້າດ້ວຍສິດອຳນາດຂອງຄຣິສຕະຈັກ. ຄຣິສຕະຈັກໂຣມໄດ້ເລີ່ມຂຶ້ນໂດຍການບັງຄັບໃນສິ່ງທີ່ພຣະເຈົ້າບໍ່ໄດ້ຫ້າມ, ແລ້ວສຸດທ້າຍ ກໍພັດຫ້າມໃນສິ່ງທີ່ພຣະອົງຊົງກຳນົດໄວ້ຢ່າງຈະແຈ້ງ. {GC 289.2}
ຫຼາຍຄົນມີຄວາມປາຖະໜາຢ່າງແຮງກ້າທີ່ຈະກັບຄືນໄປສູ່ຄວາມບໍຣິສຸດ ແລະ ຄວາມລຽບງ່າຍເຊິ່ງເປັນລັກສະນະຂອງຄຣິສຕະຈັກຍຸກທຳອິດ. ພວກເຂົາຖືວ່າທຳນຽມປະຕິບັດຕ່າງໆ ທີ່ຄຣິສຕະຈັກແຫ່ງອັງກິດຢຶດຖືໄວ້ນັ້ນ ເປັນຮ່ອງຮອຍຂອງການຂາບໄຫວ້ຮູບເຄົາລົບ; ສະນັ້ນ, ໂດຍຈິດສຳນຶກຜິດຊອບແລ້ວ ພວກເຂົາຈຶ່ງບໍ່ສາມາດເຂົ້າຮ່ວມໃນການນະມັດສະການກັບຄຣິສຕະຈັກນັ້ນໄດ້. ແຕ່ຄຣິສຕະຈັກແຫ່ງອັງກິດໄດ້ຮັບການສະໜັບສະໜູນຈາກອຳນາດການປົກຄອງ ຈຶ່ງບໍ່ອະນຸຍາດໃຫ້ມີສິ່ງໃດທີ່ຂັດແຍ້ງກັບຮູບແບບຕ່າງໆຂອງຄຣິສຕະຈັກ. ມີກົດໝາຍບັງຄັບໃຫ້ປະຊາຊົນເຂົ້າຮ່ວມໃນການນະມັດສະການ ແລະ ຫ້າມບໍ່ໃຫ້ມີການປະຊຸມນະມັດສະການທີ່ບໍ່ໄດ້ຮັບອະນຸຍາດ; ຫາກຜູ້ໃດຝ່າຝືນ ຈະມີໂທດຈຳຄຸກ, ເນລະເທດ ຫຼື ປະຫານຊີວິດ. {GC 290.1}
ໜີໄປຮໍແລນ
ໃນຊ່ວງເລີ່ມຕົ້ນຂອງສະຕະວັດທີ 17, ກະສັດຜູ້ທີ່ຫາກໍຂຶ້ນບັນລັງຂອງອັງກິດໄດ້ປະກາດຄວາມຕັ້ງໃຈຂອງເພິ່ນທີ່ຈະເຮັດໃຫ້ສະມາຊິກຄະນະປູຣິຕັນ (Puritans) “ປະຕິບັດຕາມຄຣິສຕະຈັກ. ຫາກບໍ່ປະຕິບັດຕາມ…ກໍຈະກົດດັນຈົນພວກເຂົາໜີອອກນອກປະເທດ ຫຼື ອາດຈະຮ້າຍແຮງກວ່ານັ້ນ.” ຄົນເຫຼົ່ານີ້ຖືກໄລ່ລ່າ, ຖືກຂົ່ມເຫັງ ແລະ ຖືກຂັງຄຸກ; ພວກເຂົາບໍ່ເຫັນຄວາມຫວັງວ່າວັນເວລາຂ້າງໜ້າຈະດີຂຶ້ນ, ຈຶ່ງມີຫຼາຍຄົນສະຫຼຸບວ່າ ຖ້າຈະຮັບໃຊ້ພຣະເຈົ້າຕາມຈິດສຳນຶກຜິດຊອບແລ້ວ, “ປະເທດອັງກິດກຳລັງກາຍເປັນບ່ອນທີ່ພວກເຂົາບໍ່ສາມາດຢູ່ໄດ້ອີກຕໍ່ໄປ.” ໃນທີ່ສຸດບາງຄົນຕັດສິນໃຈທີ່ຈະຫາລີ້ໄພໃນປະເທດຮໍແລນ, ແຕ່ກໍປະສົບກັບຄວາມຫຍຸ້ງຍາກ, ການສູນເສຍ ແລະ ການຖືກຈຳຄຸກ. ຄວາມຕັ້ງໃຈຂອງຄົນເຫຼົ່ານີ້ຖືກຂັດຂວາງ ແລະ ມີຄົນທໍລະຍົດໃຫ້ພວກເຂົາຕົກຢູ່ໃນກຳມືຂອງສັດຕູ. ແຕ່ໃນທີ່ສຸດຄວາມພາກພຽນໄດ້ຜົນ ແລະ ພວກເຂົາສາມາດພົບບ່ອນລີ້ໄພຢູ່ສາທາລະນະລັດດັດຊ໌ ກໍຄືຮໍແລນນັ້ນເອງ. {GC 290.2}
ໃນການໜີນັ້ນ ພວກເຂົາຕ້ອງປະເຮືອນຊານ, ສິ່ງຂອງ ແລະ ວິທີການທຳມາຫາກິນຂອງພວກເຂົາ, ຈົນກາຍເປັນຄົນແປກໜ້າໃນດິນແດນທີ່ແປກໃໝ່ ທ່າມກາງຄົນຕ່າງພາສາ ແລະ ຕ່າງປະເພນີວັດທະນະທຳ. ພວກເຂົາຖືກສະຖານະການບັງຄັບ ໃຫ້ຕ້ອງເຮັດວຽກໃໝ່ທີ່ບໍ່ລຶ້ງເຄີຍເພື່ອຫາລ້ຽງຊີບ. ຜູ້ຊາຍໄວກາງຄົນທີ່ເຄີຍໃຊ້ຊີວິດເຮັດໄຮ່ໄຖນາ ຕ້ອງມາຝຶກເປັນຊ່າງຝີມື. ແຕ່ພວກເຂົາຍອມຮັບສະພາບການໃໝ່ນີ້ດ້ວຍໃຈເບີກບານ ແລະ ບໍ່ໄດ້ປ່ອຍຕົວເອງໃຫ້ຢູ່ລ້າໆ ຫຼື ຈົ່ມເຖິງອະດີດ. ເຖິງແມ່ນວ່າຈະຖືກຄວາມຍາກຈົນບີບຄັ້ນຢູ່ເລື້ອຍໆ ແຕ່ພວກເຂົາຍັງຂອບຄຸນພຣະເຈົ້າສຳລັບພຣະພອນທີ່ໄດ້ຮັບ ແລະ ໄດ້ພົບຄວາມສຸກໃນການສາມັກຄີທຳໂດຍບໍ່ມີໃຜມາກໍ່ກວນ. “ຄົນເຫຼົ່ານີ້ຮູ້ວ່າ ພວກເຂົາເປັນຄົນແປກໜ້າທີ່ກຳລັງສະແຫວງຫາພຣະພອນຈາກພຣະເຈົ້າ ຈຶ່ງບໍ່ໄດ້ໃສ່ໃຈໃນຄວາມຍາກລຳບາກທີ່ຕ້ອງປະເຊີນ; ແຕ່ກັບເງີຍໜ້າຂຶ້ນໄປຫາສະຫວັນ ອັນເປັນແຜ່ນດິນທີ່ຮັກ ແລະ ປາຖະໜາຂອງພວກເຂົາ; ຄວາມຫຍຸ້ງຍາກໃນໃຈຈຶ່ງສະຫງົບລົງ.” {GC 290.3}
ທ່າມກາງການຫຼົບໄພໃນຕ່າງແດນ ແລະ ຄວາມຍາກລຳບາກນັ້ນ, ຄວາມຮັກ ແລະ ຄວາມເຊື່ອຂອງພວກເຂົາຈະເລີນເຂັ້ມແຂງຂຶ້ນ. ພວກເຂົາໄວ້ວາງໃຈໃນພຣະສັນຍາຂອງພຣະເຈົ້າ ແລະ ພຣະອົງບໍ່ໄດ້ເຮັດໃຫ້ພວກເຂົາຜິດຫວັງໃນຍາມທີ່ຕ້ອງການຄວາມຊ່ວຍເຫຼືອ. ທູດສະຫວັນຂອງພຣະອົງຢູ່ຄຽງຂ້າງພວກເຂົາ ເພື່ອໃຫ້ກຳລັງໃຈ ແລະ ສະໜັບສະໜູນ. ແລ້ວເມື່ອພຣະຫັດຂອງພຣະເຈົ້າເບິ່ງຄືວ່າ ກຳລັງຊີ້ໃຫ້ພວກເຂົາຂ້າມມະຫາສະໝຸດໄປຫາດິນແດນທີ່ຈະສາມາດກໍ່ຕັ້ງລັດຂຶ້ນສຳລັບພວກຕົນ ອັນເປັນບ່ອນທີ່ຈະຝາກມໍລະດົກອັນລ້ຳຄ່າແຫ່ງເສລີພາບທາງສາສະໜາໄວ້ໃຫ້ລູກຫຼານນັ້ນ, ພວກເຂົາໄດ້ກ້າວໄປຂ້າງໜ້າ ຕາມການຊົງນຳຂອງພຣະເຈົ້າ ໂດຍບໍ່ທໍ້ຖອຍ. {GC 291.1}
ຈຸດປະສົງຂອງການທົດລອງ
ພຣະເຈົ້າຊົງຍອມໃຫ້ຄົນຂອງພຣະອົງຕ້ອງປະສົບກັບການທົດລອງ ເພື່ອກຽມພວກເຂົາໃຫ້ພ້ອມສຳລັບພຣະປະສົງແຫ່ງພຣະຄຸນຂອງພຣະອົງ. ພຣະອົງຊົງໃຫ້ຄຣິສຕະຈັກມາເຖິງຈຸດທີ່ຕົກຕ່ຳ ເພື່ອພຣະອົງຈະຊົງຍົກຊູໃຫ້ສູງຂຶ້ນ. ພຣະເຈົ້າກຳລັງຈະສຳແດງອຳນາດຂອງພຣະອົງເພື່ອຄົນຂອງພຣະອົງ, ເພື່ອໃຫ້ໂລກມີຫຼັກຖານອີກຢ່າງໜຶ່ງວ່າ ພຣະອົງຈະບໍ່ປະຖິ້ມຜູ້ທີ່ໄວ້ວາງໃຈໃນພຣະອົງ. ພຣະອົງຊົງແຊກແຊງສະຖານະການ ເພື່ອປ່ຽນຄວາມມຸ່ງຮ້າຍຂອງຊາຕານ ແລະ ແຜນອຸບາຍຂອງຄົນຊົ່ວ ໃຫ້ກາຍເປັນສິ່ງທີ່ຖວາຍກຽດແດ່ພຣະອົງ ແລະ ນຳພາຄົນຂອງພຣະອົງໄປສູ່ບ່ອນທີ່ປອດໄພ. ການຂົ່ມເຫັງ ແລະ ການຫຼົບລີ້ໜີໄພໃນຕ່າງແດນ ໄດ້ເປີດທາງສູ່ອິດສະຫຼະພາບ. {GC 291.2}
ຄຳສັ່ງເສຍຂອງ ຈອນ ໂຣບິນສັນ
ເມື່ອຖືກສະຖານະການບີບໃຫ້ຕ້ອງແຍກອອກຈາກຄຣິສຕະຈັກແຫ່ງອັງກິດ, ພວກຄະນະປູຣິຕັນໄດ້ເຮັດສັນຍາອັນໝັ້ນຄົງຕໍ່ກັນໃນຖານະປະຊາກອນອິດສະຫຼະຂອງພຣະເຈົ້າ, “ເພື່ອດຳເນີນໄປພ້ອມກັນຕາມທາງຂອງພຣະອົງ ໃນທຸກລາຍລະອຽດທີ່ຊົງສຳແດງ ແລະ ທີ່ຈະຊົງສຳແດງແກ່ພວກເຂົາ.” ນີ້ແມ່ນຫົວໃຈທີ່ແທ້ຈິງຂອງການປະຕິຮູບ, ເປັນຫຼັກການສຳຄັນຂອງໂປຣແຕັສຕັງ. ເພາະເຫດນີ້, ພວກກຸ່ມປິນກຣິມ (Pilgrims) ຈຶ່ງອອກຈາກຮໍແລນເພື່ອຊອກຫາບ້ານຢູ່ໃນທະວີບໃໝ່. ອາຈານຂອງພວກເຂົາຊື່ ຈອນ ໂຣບິນສັນ; ເພິ່ນຖືກພຣະເຈົ້າຂັດຂວາງບໍ່ໃຫ້ຮ່ວມເດີນທາງໄປດ້ວຍ; ໃນຄຳປາໄສອຳລາພວກທີ່ຈະໄປລີ້ໄພນັ້ນ ເພິ່ນກ່າວວ່າ: {GC 291.3}
“ພີ່ນ້ອງເອີຍ, ບັດນີ້ພວກເຮົາຕ້ອງພາກຈາກກັນແລ້ວ ແລະ ພຣະເຈົ້າຊົງຮູ້ວ່າຂ້າພະເຈົ້າຈະມີຊີວິດຢູ່ ເພື່ອເຫັນໜ້າຂອງພວກເຈົ້າອີກຫຼືບໍ່. ແຕ່ບໍ່ວ່າອົງພຣະຜູ້ເປັນເຈົ້າຈະຊົງໂຜດໃຫ້ພວກເຮົາໄດ້ພົບກັນອີກຫຼືບໍ່, ຂ້າພະເຈົ້າຂໍສັ່ງເຈົ້າທັງຫຼາຍຕໍ່ພຣະພັກພຣະເຈົ້າ ແລະ ຕໍ່ໜ້າບັນດາທູດສະຫວັນບໍຣິສຸດຂອງພຣະອົງວ່າ ໃຫ້ຕິດຕາມຂ້າພະເຈົ້າສະເພາະໃນເລື່ອງທີ່ຂ້າພະເຈົ້າໄດ້ຕິດຕາມພຣະຄຣິສ. ຖ້າຫາກວ່າ ພຣະເຈົ້າຊົງເປີດເຜີຍສິ່ງໃດສິ່ງໜຶ່ງໃຫ້ພວກເຈົ້າ ໂດຍຜ່ານຜູ້ຮັບໃຊ້ຄົນອື່ນຂອງພຣະອົງ, ຈົ່ງມີໃຈພ້ອມທີ່ຈະຮັບສິ່ງນັ້ນ ເໝືອນດັ່ງທີ່ພວກເຈົ້າມີໃຈພ້ອມມາຕະຫຼອດ ທີ່ຈະຮັບເອົາຄວາມຈິງທີ່ຂ້າພະເຈົ້າໄດ້ບອກສອນ; ເພາະຂ້າພະເຈົ້າໝັ້ນໃຈຫຼາຍທີ່ສຸດວ່າ ອົງພຣະຜູ້ເປັນເຈົ້າມີຫຼັກຄວາມຈິງເພີ່ມເຕີມ ແລະ ຄວາມສະຫວ່າງຫຼາຍກວ່າເກົ່າ ທີ່ຈະເປີດເຜີຍຢູ່ໃນພຣະຄຳອັນສັກສິດຂອງພຣະອົງ.” {GC 291.4}
“ສ່ວນຕົວຂ້າພະເຈົ້າແລ້ວ, ບໍ່ສາມາດຮ້ອງທຸກໃນເລື່ອງສະພາບຂອງຄຣິສຕະຈັກຝ່າຍການປະຕິຮູບໄດ້ເທົ່າທີ່ຄວນ; ເພາະພວກເຂົາຄືກັບວ່າ ໄດ້ຂຽນໝາຍຈ້ຳຢູ່ທ້າຍປະໂຫຍກໃນເລື່ອງສາສະໜາ ເໝືອນກັບວ່າຄຳສອນຈົບພຽງເທົ່ານັ້ນ ຈຶ່ງບໍ່ຍອມກ້າວໄປໄກກວ່າຜູ້ນຳການປະຕິຮູບ. ພວກຄະນະລູເທີແຣນບໍ່ກ້າວໄປໄກກວ່າສິ່ງທີ່ລູເທີໄດ້ເຫັນ;…ພວກເຈົ້າກໍເຫັນຢູ່ວ່າ ພວກຄະນະຄາວິນຈົມຕິດຢູ່ກັບບ່ອນທີ່ຄາວິນຜູ້ຮັບໃຊ້ທີ່ຍິ່ງໃຫຍ່ຂອງພຣະເຈົ້າໄດ້ມອບໝາຍໃຫ້, ແຕ່ວ່າຄາວິນບໍ່ໄດ້ເຂົ້າໃຈທຸກຢ່າງ. ເລື່ອງນີ້ເປັນເຫດໃຫ້ເສົ້າໃຈຫຼາຍທີ່ສຸດ, ເພາະເຖິງແມ່ນວ່າ ພວກຜູ້ນຳເຫຼົ່ານັ້ນເຄີຍສ່ອງແສງສະຫວ່າງໃນຍຸກສະໄໝຂອງຕົນ ແຕ່ພວກເຂົາບໍ່ສາມາດເຂົ້າເຖິງນ້ຳພຣະໄທທັງໝົດຂອງພຣະເຈົ້າໄດ້. ຖ້າຫາກວ່າຄົນເຫຼົ່ານັ້ນມີຊີວິດຢູ່ໃນເວລານີ້, ພວກເພິ່ນຈະເຕັມໃຈຮັບເອົາຄວາມສະຫວ່າງຕື່ມອີກ ເໝືອນດັ່ງທີ່ຕົນໄດ້ຮັບຄວາມສະຫວ່າງໃນສະໄໝກ່ອນ.” {GC 292.1}
“ຈົ່ງຈື່ຈຳພັນທະສັນຍາໃນການຮວມຕົວເປັນຄຣິສຕະຈັກຂອງພວກເຈົ້າ; ເຊິ່ງໃນນັ້ນ, ເຈົ້າທັງຫຼາຍໄດ້ຕົກລົງກັນທີ່ຈະດຳເນີນຕາມທາງທັງຫຼາຍຂອງພຣະເຈົ້າໃນທຸກລາຍລະອຽດ ທັງທີ່ຊົງເປີດເຜີຍແລ້ວ ແລະ ທີ່ຈະເປີດເຜີຍໃຫ້ແກ່ພວກເຈົ້າໃນເວລາຕໍ່ມາ. ຈົ່ງຈື່ຈຳຄຳສັນຍາຂອງພວກເຈົ້າທີ່ມີຕໍ່ພຣະເຈົ້າ ແລະ ພັນທະສັນຍາທີ່ມີຕໍ່ກັນແລະກັນວ່າ ຈະຮັບເອົາຄວາມສະຫວ່າງ ແລະ ຄວາມຈິງໃດໆທີ່ພຣະເຈົ້າຈະຊົງສຳແດງຈາກພຣະຄຳຂອງພຣະອົງ. ຍິ່ງໄປກວ່ານັ້ນ, ຂ້າພະເຈົ້າຂໍຮ້ອງພວກເຈົ້າທັງຫຼາຍວ່າ ກ່ອນທີ່ຈະຮັບເອົາສິ່ງໃດເປັນຄວາມຈິງ ຈົ່ງປຽບທຽບສິ່ງນັ້ນກັບຂໍ້ພຣະຄຳພີອື່ນໆ; ເພາະວ່າເປັນໄປບໍ່ໄດ້ ທີ່ກຸ່ມຄຣິສຕຽນທົ່ວໂລກຈະອອກຈາກຄວາມມືດມິດທີ່ປົກຄຸມຄຳສອນຄຣິສຕຽນ ແລ້ວມາເຖິງຄວາມເຂົ້າໃຈຢ່າງສົມບູນໄດ້ທັນທີ.” {GC 292.2}
ເຂົ້າໃຈຜິດເລື່ອງອິດສະຫຼະພາບທາງຄວາມເຊື່ອ
ພວກກຸ່ມປິນກຣິມປາຖະໜາທີ່ຈະມີເສລີພາບທາງຈິດສຳນຶກ; ສະນັ້ນ, ໂດຍອາໄສພຣະພອນຈາກພຣະເຈົ້າ, ພວກເຂົາຈຶ່ງກ້າສ່ຽງຕໍ່ໄພອັນຕະລາຍໃນການເດີນທາງອັນຍາວໄກເພື່ອຂ້າມມະຫາສະໝຸດ ແລະ ຄວາມທຸກຍາກລຳບາກ ພ້ອມດ້ວຍໄພອັນຕະລາຍໃນປ່າ ເພື່ອວາງຮາກຖານຂອງປະເທດຊາດທີ່ຍິ່ງໃຫຍ່ຢູ່ແຄມຝັ່ງທະເລຂອງທະວີບອາເມຣິກາ. ຢ່າງໃດກໍຕາມ, ເຖິງແມ່ນພວກປິນກຣິມເປັນກຸ່ມຄົນທີ່ມີຄວາມສັດຊື່ ແລະ ຢຳເກງພຣະເຈົ້າຫຼາຍຂະໜາດນັ້ນກໍຕາມ, ແຕ່ພວກເຂົາກໍຍັງບໍ່ເຂົ້າໃຈຫຼັກການສຳຄັນເລື່ອງເສລີພາບທາງສາສະໜາ. ພວກເຂົາເສຍສະຫຼະຢ່າງໃຫຍ່ຫຼວງເພື່ອຈະໄດ້ອິດສະຫຼະພາບ, ແຕ່ໃນຂະນະດຽວກັນ, ກໍບໍ່ພ້ອມທີ່ຈະໃຫ້ຄົນອື່ນມີອິດສະຫຼະພາບເໝືອນກັບຕົນ. “ມີໜ້ອຍຄົນ, ແມ່ນແຕ່ທ່າມກາງນັກຄິດ ແລະ ຄົນສອນສິນທຳທີ່ສຳຄັນທີ່ສຸດໃນສະຕະວັດທີ 17 ທີ່ເຂົ້າໃຈເຖິງຫຼັກທຳອັນຍິ່ງໃຫຍ່ ເຊິ່ງມາຈາກພຣະຄຳພີໃໝ່, ຄືຫຼັກທຳທີ່ຍອມຮັບວ່າ ພຣະເຈົ້າເປັນຜູ້ດຽວເທົ່ານັ້ນທີ່ຕັດສິນຄວາມເຊື່ອສັດທາຂອງມະນຸດໄດ້.” ຄຳສອນທີ່ວ່າ ພຣະເຈົ້າຊົງມອບສິດໃຫ້ຄຣິສຕະຈັກໃນການຄວບຄຸມຈິດສຳນຶກຜິດຊອບ, ກຳນົດວ່າສິ່ງໃດເປັນຄຳສອນນອກຮີດ ແລະ ລົງໂທດຜູ້ທີ່ເຊື່ອຕາມຄຳສອນນັ້ນ ແມ່ນໜຶ່ງໃນຄຳສອນເທັດທີ່ຢັ່ງຮາກລົງເລິກທີ່ສຸດຂອງລະບອບສັນຕະປາປາ. ເຖິງແມ່ນວ່າ ພວກນັກປະຕິຮູບໄດ້ປະຕິເສດຄຳສອນຂອງຄຣິສຕະຈັກໂຣມ ແຕ່ພວກເຂົາຍັງມີຄວາມຄິດຄວາມອ່ານເໝືອນຄົນໃນຄຣິສຕະຈັກນັ້ນ ທີ່ບໍ່ຍອມໃຫ້ມີຄວາມເຫັນຕ່າງ. ຄວາມມືດມິດຢ່າງໜາທຶບ ເຊິ່ງປົກຄຸມຄຣິສຕຽນໃນທຸກແຫ່ງຕາມເວລາອັນດົນນານທີ່ລະບອບສັນຕະປາປາມີອຳນາດນັ້ນ ຍັງບໍ່ໄດ້ຖືກກຳຈັດໃຫ້ໝົດໃນເວລານັ້ນ. ມີສາສະໜາຈານທີ່ໂດດເດັ່ນຄົນໜຶ່ງໃນອານານິຄົມແຫ່ງອ່າວແມັສຊາຊູເສັດ (Massachusetts Bay Colony) ກ່າວວ່າ: “ສິ່ງທີ່ເຮັດໃຫ້ໂລກຕໍ່ຕ້ານຄຣິສຕຽນ ຄືການຍອມຮັບຄົນເຫັນຕ່າງ; ຄຣິສຕະຈັກບໍ່ເຄີຍໄດ້ຮັບຄວາມເສຍຫາຍຈາກການລົງໂທດຄົນນອກຮີດ.” ຊາວອານານິຄົມຕັ້ງ