20 ການຟື້ນຟູຄັ້ງຍິ່ງໃຫຍ່
ຕົ້ນສະບັບພາສາອັງກິດ
ຂ່າວທູດສະຫວັນອົງທີໜຶ່ງ
ຂ່າວທູດສະຫວັນອົງທີໜຶ່ງໃນພຣະນິມິດບົດທີ 14 ໄດ້ພະຍາກອນໄວ້ລ່ວງໜ້າວ່າ ການປະກາດເລື່ອງການສະເດັດກັບມາຂອງພຣະຄຣິສໃນບໍ່ຊ້ານັ້ນ ຈະນຳໄປສູ່ການຕື່ນຕົວທາງສາສະໜາຄັ້ງຍິ່ງໃຫຍ່. ໃນພຣະທຳດັ່ງກ່າວມີທູດສະຫວັນອົງໜຶ່ງ “ບິນໄປໃນທ້ອງຟ້າ ມີຂ່າວປະເສີດອັນນິຣັນດອນ ນຳໄປປະກາດແກ່ຊາວໂລກທັງປວງ, ແກ່ທຸກປະເທດ, ທຸກຊົນເຜົ່າ, ທຸກພາສາ ແລະ ທຸກຊົນຊາດ.” ທູດສະຫວັນອົງນັ້ນ “ເປັ່ງສຽງຮ້ອງວ່າ:” “ຈົ່ງຢຳເກງພຣະເຈົ້າ ແລະ ຍົກຍ້ອງໃຫ້ກຽດແກ່ພຣະອົງ ເພາະເຖິງເວລາແລ້ວທີ່ພຣະອົງຈະຕັດສິນມະນຸດສະໂລກ; ຈົ່ງນະມັດສະການພຣະອົງຜູ້ທີ່ໄດ້ສ້າງຟ້າສະຫວັນ, ແຜ່ນດິນໂລກ, ນ້ຳທະເລ ກັບບໍ່ນ້ຳພຸທັງຫຼາຍ.” (ພຣະນິມິດ 14:6, 7). {GC 355.1}
ການທີ່ພຣະຄຳພີຂຽນວ່າ ທູດສະຫວັນເປັນຜູ້ປະກາດເຕືອນນັ້ນ ມີຄວາມໝາຍສຳຄັນຫຼາຍ. ດ້ວຍລັກສະນະຂອງທູດສະຫວັນທີ່ມີຄວາມບໍຣິສຸດ, ສະຫງ່າຣາສີ ແລະ ຣິດອຳນາດ, ພຣະເຈົ້າຈຶ່ງໃຊ້ສັນຍະລັກຂອງທູດສະຫວັນ ເພື່ອເນັ້ນເຖິງລັກສະນະອັນສູງສົ່ງຂອງຂ່າວສານດັ່ງກ່າວ ທີ່ຈະປະກາດອອກໄປດ້ວຍສະຫງ່າຣາສີ ແລະ ພະລັງຣິດເດດ. ສ່ວນທີ່ຂຽນວ່າທູດສະຫວັນອົງນັ້ນ “ບິນໄປໃນທ້ອງຟ້າ” ດ້ວຍການ “ເປັ່ງສຽງຮ້ອງ” ເພື່ອປະກາດເຕືອນ ແລະ ໄດ້ປະກາດແກ່ມະນຸດສະໂລກທຸກຄົນນັ້ນ ຄືປະກາດໃຫ້ແກ່ “ທຸກປະເທດ, ທຸກຊົນເຜົ່າ, ທຸກພາສາ ແລະ ທຸກຊົນຊາດ,” ສະແດງໃຫ້ເຫັນວ່າຂ່າວສານດັ່ງກ່າວຈະຖືກປະກາດໄປທົ່ວໂລກຢ່າງໄວວາ. {GC 355.2}
ຂ່າວສານດັ່ງກ່າວໄດ້ໃຫ້ຄວາມກະຈ່າງ ກ່ຽວກັບເວລາທີ່ການເຄື່ອນໄຫວນີ້ຈະເກີດຂຶ້ນ ໂດຍປະກາດວ່າມັນເປັນພາກສ່ວນຂອງ “ຂ່າວປະເສີດອັນນິຣັນດອນ” ແລະ ເປັນການປະກາດທີ່ເປີດການພິພາກສາ. ຂ່າວແຫ່ງຄວາມລອດພົ້ນໄດ້ຖືກປະກາດໃນທຸກຍຸກສະໄໝ, ແຕ່ຂ່າວຂອງທູດສະຫວັນອົງທຳອິດນີ້ ເປັນສ່ວນຂອງຂ່າວປະເສີດທີ່ສາມາດປະກາດໃນຍຸກສຸດທ້າຍເທົ່ານັ້ນ ເພາະເວລາພິພາກສາເປັນເລື່ອງຂອງຍຸກສຸດທ້າຍ. ຄຳພະຍາກອນທັງຫຼາຍໃນພຣະຄຳພີໄດ້ບອກລ່ວງໜ້າ ເຖິງເຫດການຕ່າງໆຕາມລຳດັບຈົນເຖິງການເປີດການພິພາກສາ ໂດຍສະເພາະແມ່ນຄຳພະຍາກອນໃນພຣະທຳດານີເອນ. ແຕ່ສ່ວນຂອງຄຳພະຍາກອນຂອງດານີເອນທີ່ກ່ຽວຂ້ອງກັບຍຸກສຸດທ້າຍ ພຣະອົງຊົງສັ່ງເພິ່ນວ່າ: “ແຕ່ສ່ວນເຈົ້າ, ດານີເອນ ຈົ່ງມ້ວນ ແລະ ປະທັບຕາໃສ່ຖ້ອຍຄຳແຫ່ງໜັງສືມ້ວນນີ້ໄວ້ຈົນເຖິງວາລະສຸດທ້າຍ.” (ດານີເອນ 12:4 LCV). ສະນັ້ນ, ຈຶ່ງບໍ່ສາມາດມີການປະກາດເລື່ອງການພິພາກສາ ຈົນກວ່າເວລາທີ່ຄຳພະຍາກອນກຳນົດໄວ້ນັ້ນໄດ້ມາເຖິງ. ແຕ່ໃນຍຸກສຸດທ້າຍ ຜູ້ເຜີຍພຣະທຳກ່າວວ່າ: “ໃນເວລານັ້ນ ຄົນຈຳນວນຫຼວງຫຼາຍຈະແລ່ນໄປແລ່ນມາ ແລະ ຄວາມຮູ້ຈະເພີ່ມທະວີຂຶ້ນ.” (ດານີເອນ 12:4). {GC 355.3}
ສ່ວນອັກຄະສາວົກໂປໂລໄດ້ເຕືອນຄຣິສຕະຈັກບໍ່ໃຫ້ຄາດຫວັງວ່າພຣະຄຣິສຈະສະເດັດມາໃນຍຸກສະໄໝຂອງເພິ່ນ, ໂດຍກ່າວວ່າ: “ວັນນັ້ນຈະບໍ່ມາເຖິງ ຈົນກວ່າການທໍລະຍົດຄັ້ງສຸດທ້າຍຈະເກີດຂຶ້ນກ່ອນ ແລະ ຜູ້ຊົ່ວຮ້າຍຈະປາກົດຕົວຂຶ້ນ.” (2 ເທສະໂລນິກ 2:3). ສະນັ້ນ, ການປະຖິ້ມຄວາມເຊື່ອຄັ້ງໃຫຍ່ ແລະ ການປົກຄອງອັນດົນນານຂອງ “ຜູ້ຊົ່ວຮ້າຍ” ຕ້ອງເກີດຂຶ້ນກ່ອນການສະເດັດກັບມາຂອງອົງພຣະຜູ້ເປັນເຈົ້າຂອງພວກເຮົາ. ຄຳວ່າ “ຜູ້ຊົ່ວຮ້າຍ,” “ອຳນາດອັນເລິກລັບແຫ່ງຄວາມຊົ່ວຮ້າຍ,” ແລະ “ຜູ້ທີ່ຖືກໝາຍໄວ້ສຳລັບນະຣົກ” ໃນພຣະທຳ 2 ເທສະໂລນິກ 2:3–8 ໝາຍເຖິງລະບອບສັນຕະປາປາທີ່ເຮືອງອຳນາດຢູ່ຕະຫຼອດ 1,260 ປີຕາມຄຳພະຍາກອນ. ໄລຍະເວລາດັ່ງກ່າວໄດ້ສິ້ນສຸດລົງໃນປີ 1798. ການສະເດັດມາຂອງພຣະຄຣິສບໍ່ສາມາດເກີດຂຶ້ນກ່ອນເວລານັ້ນ. ຄຳເຕືອນຂອງອາຈານໂປໂລກວມເອົາໄລຍະເວລາທັງໝົດ ຕັ້ງແຕ່ພຣະເຢຊູສະເດັດຂຶ້ນສະຫວັນຈົນເຖິງປີ 1798. ດັ່ງນັ້ນ, ການປະກາດເລື່ອງການສະເດັດກັບມາຂອງພຣະຄຣິສຕ້ອງເກີດຂຶ້ນຫຼັງຈາກປີນັ້ນ. {GC 356.1}
ບໍ່ເຄີຍມີການປະກາດຂ່າວສານດັ່ງກ່າວໃນຍຸກສະໄໝຕ່າງໆກ່ອນໜ້ານັ້ນ. ດັ່ງທີ່ເຮົາໄດ້ເຫັນມາແລ້ວ, ອາຈານໂປໂລກໍບໍ່ໄດ້ປະກາດເລື່ອງນີ້, ເພິ່ນພຽງແຕ່ຊີ້ແນະພີ່ນ້ອງວ່າ ເລື່ອງການສະເດັດກັບມາຍັງເປັນເລື່ອງຂອງອະນາຄົດອັນຍາວໄກ. ພວກນັກປະຕິຮູບກໍບໍ່ໄດ້ປະກາດເຊັ່ນກັນ. ມາຕິນ ລູເທີ ກ່າວວ່າ ການພິພາກສາຄົງຈະເກີດຂຶ້ນຫຼັງຈາກສະໄໝຂອງເພິ່ນປະມານ 300 ປີ. ຢ່າງໃດກໍຕາມ, ນັບແຕ່ປີ 1798 ເປັນຕົ້ນມາ ພຣະທຳດານີເອນໄດ້ເປີດຜະໜຶກໄວ້ ແລະ ຄວາມຮູ້ໃນຄຳພະຍາກອນໄດ້ເພີ່ມທະວີຂຶ້ນ, ມີຄົນຈຳນວນຫຼວງຫຼາຍປະກາດເຕືອນວ່າ ການພິພາກສານັ້ນໃກ້ເຂົ້າມາແລ້ວ. {GC 356.2}
ປະກາດໃນຫຼາຍປະເທດພ້ອມກັນ
ເຊັ່ນດຽວກັນກັບການປະຕິຮູບຄັ້ງໃຫຍ່ໃນສະຕະວັດທີ 16, ໃນເວລາດຽວກັນມີການເຄື່ອນໄຫວປະກາດເລື່ອງການສະເດັດກັບມາຂອງພຣະຄຣິສໃນປະເທດຕ່າງໆທີ່ມີພື້ນຖານຄຣິສຕຽນ. ພຣະເຈົ້າຊົງນຳຊາຍຜູ້ເຊື່ອທີ່ເປັນນັກອະທິຖານບາງຄົນ ທັງໃນທະວີບເອີຣົບ ແລະ ອາເມຣິກາໃຫ້ຄົ້ນຄວ້າຄຳພະຍາກອນ; ແລະເມື່ອພວກເຂົາສະກົດຮອຍຕາມຄຳທຳນວາຍໃນພຣະຄຳພີ ກໍພົບຫຼັກຖານອັນໜ້າເຊື່ອຖືວ່າ ການສິ້ນສຸດລົງຂອງບັນດາທຸກສິ່ງໃກ້ຈະເຖິງແລ້ວ. ໃນດິນແດນຕ່າງໆມີກຸ່ມຄຣິສຕຽນທີ່ຄົ້ນພົບໃນພຣະຄຳພີວ່າ ການສະເດັດກັບມາຂອງພຣະຄຣິສໃກ້ເຂົ້າມາແລ້ວ, ໂດຍກຸ່ມເຫຼົ່ານີ້ບໍ່ໄດ້ມີການສື່ສານພົວພັນກັນມາກ່ອນ. {GC 357.1}
ໃນປີ 1821, ຄືສາມປີຫຼັງຈາກທີ່ ມິນເລີ ສະຫຼຸບການຄົ້ນຄວ້າຄຳພະຍາກອນທີ່ກ່າວເຖິງເວລາຂອງການພິພາກສາ, ດຣ. ໂຈເຊັບ ວໍຟ໌ (Dr. Joseph Wolff) ຜູ້ທີ່ໄດ້ຮັບການຂະໜານນາມວ່າ “ຜູ້ປະກາດແກ່ຊາວໂລກທັງປວງ,” ເລີ່ມປະກາດວ່າການສະເດັດມາຂອງພຣະຄຣິສໃກ້ແລ້ວ. ອາຈານວໍຟ໌ຖືກຳເນີດໃນປະເທດເຢຍລະມັນ; ພໍ່ຂອງເພິ່ນເປັນຣັບບີຂອງສາສະໜາຢິວ. ຂະນະທີ່ອາຈານວໍຟ໌ຍັງເຍົາໄວ ເພິ່ນເຊື່ອວ່າສາສະໜາຄຣິສເປັນຄວາມຈິງ, ເພິ່ນມີຄວາມກະຕືລືລົ້ນ ແລະ ມີຈິດໃຈຝັກໃຝ່ຄວາມຮູ້, ມັກຟັງບົດສົນທະນາທີ່ເຮືອນຂອງພໍ່ໃນຂະນະທີ່ຊາວເຮັບເຣີເຕົ້າໂຮມກັນເປັນປະຈຳທຸກວັນ ເພື່ອທົບທວນຄວາມຄາດຫວັງຂອງຊົນຊາດຢິວເລື່ອງສະຫງ່າຣາສີຂອງພຣະເມຊີອາທີ່ຈະສະເດັດມາ ແລະ ການຟື້ນຟູຊົນຊາດອິດສະຣາເອນ. ມື້ໜຶ່ງໜຸ່ມນ້ອຍວໍຟ໌ໄດ້ຍິນຄົນກ່າວເຖິງເຢຊູໄທນາຊາເຣັດ ຈຶ່ງຖາມວ່າຜູ້ນັ້ນແມ່ນໃຜ. ມີຄົນຕອບວ່າ: “ເຢຊູເປັນຄົນຢິວທີ່ມີຄວາມສາມາດຫຼາຍທີ່ສຸດ ແຕ່ເພິ່ນແອບອ້າງວ່າເປັນພຣະເມຊີອາ; ສະພາຊາວຢິວຈຶ່ງຕັດສິນປະຫານຊີວິດເພິ່ນ.” ໜຸ່ມນ້ອຍຖາມຄືນວ່າ: “ເພາະເຫດໃດນະຄອນເຢຣູຊາເລັມຈຶ່ງຕ້ອງຖືກທຳລາຍ? ເປັນຫຍັງພວກເຮົາຕ້ອງຢູ່ແບບບໍ່ມີບ້ານເມືອງຂອງຕົນເອງ?” ພໍ່ຂອງເພິ່ນຕອບວ່າ: “ເປັນຕາໜ້າເສົ້າແທ້! ຍ້ອນວ່າຄົນຢິວໄດ້ຂ້າບັນດາຜູ້ເຜີຍພຣະທຳ.” ໜຸ່ມນ້ອຍຄິດໄດ້ທັນທີວ່າ: “ຫຼືວ່າພຣະເຢຊູເປັນໜຶ່ງໃນພວກຜູ້ເຜີຍພຣະທຳເຊັ່ນກັນ? ບາງເທື່ອພຣະອົງບໍ່ໄດ້ມີຄວາມຜິດເມື່ອພຣະອົງຖືກຊາວຢິວຂ້າ.” ວໍຟ໌ຮູ້ສຶກຢ່າງແຮງກ້າວ່າຄວາມຄິດດັ່ງກ່າວຄົງເປັນຄວາມຈິງ, ເພິ່ນຈຶ່ງໄປຢືນໃກ້ໂບດຂອງຄຣິສຕຽນຢູ່ເລື້ອຍໆເພື່ອຟັງຄຳເທດສະໜາ ເຖິງແມ່ນວ່າໄດ້ຖືກຜູ້ໃຫຍ່ຫ້າມບໍ່ໃຫ້ເຂົ້າໂບດກໍຕາມ. {GC 357.2}
ຄັ້ງໜຶ່ງເມື່ອອາຍຸພຽງ 7 ປີ, ເພິ່ນໂອ້ອວດໃຫ້ເພື່ອນບ້ານຄຣິສຕຽນຜູ້ແກ່ຊະລາຄົນໜຶ່ງຟັງວ່າ, ໃນອະນາຄົດ ພຣະເມຊີອາຈະສະເດັດມາໂຜດຊົນຊາດອິດສະຣາເອນໃຫ້ຊະນະສັດຕູທັງປວງ. ແລ້ວຜູ້ເຖົ້ານັ້ນຈຶ່ງຕອບຢ່າງເອັນດູວ່າ: “ທ້າວນ້ອຍເອີຍ, ຂ້ອຍຈະບອກເຈົ້າວ່າພຣະເມຊີອາຜູ້ແທ້ຈິງແມ່ນໃຜ: ແມ່ນພຣະເຢຊູໄທນາຊາເຣັດ…ຜູ້ທີ່ບັນພະບຸລຸດຂອງເຈົ້າໄດ້ຄຶງໄວ້ເທິງໄມ້ກາງແຂນ, ບໍ່ຕ່າງຫຍັງກັບທີ່ພວກເຂົາໄດ້ກະທຳຕໍ່ບັນດາຜູ້ເຜີຍພຣະທຳໃນສະໄໝກ່ອນ. ເຈົ້າຈົ່ງເມືອເຮືອນໄປອ່ານພຣະທຳເອຊາຢາບົດທີ 53 ແລ້ວຈະເຫັນວ່າພຣະເຢຊູຄຣິສເປັນພຣະບຸດຂອງພຣະເຈົ້າ.” ໃນທັນໃດນັ້ນ, ເພິ່ນກໍຮູ້ສຶກຢ່າງຈັບໃຈວ່າຄຳຂອງຜູ້ເຖົ້ານັ້ນຕ້ອງເປັນຄວາມຈິງ. ເພິ່ນຈຶ່ງກັບບ້ານໄປອ່ານພຣະຄຳພີ; ເມື່ອອ່ານແລ້ວ ກໍປະຫຼາດໃຈທີ່ຊີວິດຂອງພຣະເຢຊູໄທນາຊາເຣັດ ສອດຄ່ອງກັບຄຳພະຍາກອນທຸກປະການ. ເປັນໄປໄດ້ບໍວ່າ ຖ້ອຍຄຳຂອງຜູ້ເຖົ້າຄຣິສຕຽນເປັນຄວາມຈິງ? ຊາຍໜຸ່ມນ້ອຍນັ້ນຈຶ່ງໄປຂໍໃຫ້ພໍ່ຊ່ວຍອະທິບາຍຄຳພະຍາກອນດັ່ງກ່າວ, ແຕ່ພໍ່ບໍ່ປາກບໍ່ເວົ້າຫຍັງ ມີແຕ່ເບິ່ງລູກດ້ວຍສາຍຕາຂວາງ; ວໍຟ໌ຈຶ່ງບໍ່ກ້າເວົ້າເຖິງເລື່ອງນັ້ນອີກ. ເຖິງຢ່າງໃດກໍຕາມ, ສິ່ງນີ້ມີແຕ່ເພີ່ມຄວາມປາຖະໜາທີ່ຈະຮູ້ຈັກສາສະໜາຄຣິສຫຼາຍຂຶ້ນ. {GC 357.3}
ພໍ່ແມ່ປິດກັ້ນບໍ່ໃຫ້ວໍຟ໌ຮັບຮູ້ໃນສິ່ງທີ່ເພິ່ນສະແຫວງຫາ ຈົນເມື່ອເພິ່ນອາຍຸໄດ້ 11 ປີ ເພິ່ນກໍອອກຈາກເຮືອນ ເພື່ອສຶກສາຮ່ຳຮຽນ ແລະ ເພື່ອເລືອກເອົາສາສະໜາພ້ອມດ້ວຍວິຊາຊີບຂອງຕົນ. ໃນເບື້ອງຕົ້ນ, ເພິ່ນພັກຢູ່ກັບຍາດຕິພີ່ນ້ອງ ແຕ່ບໍ່ດົນກໍຖືກຂັບໄລ່ໄປໃນຖານະຜູ້ທີ່ປະຖິ້ມສາສະໜາດັ້ງເດີມ. ໜຸ່ມນ້ອຍວໍຟ໌ລຳພັງພຽງຄົນດຽວໄຮ້ຍາດຂາດມິດ ຕ້ອງອອກໄປສູ້ຊີວິດຫາທາງໃຫ້ຕົນເອງທ່າມກາງຄົນແປກໜ້າໂດຍບໍ່ມີເງິນ. ເພິ່ນຈຶ່ງພະເນຈອນໄປຕາມບ່ອນຕ່າງໆ ແລະ ສຶກສາຮຽນຮູ້ຢ່າງຂະຫຍັນໝັ່ນພຽນ ແລ້ວຫາເງິນປະທັງຊີວິດໂດຍການສອນພາສາເຮັບເຣີ. ເພິ່ນກໍຮັບເຊື່ອເປັນກາໂຕລິກ ເພາະມີອາຈານສອນທີ່ເປັນກາໂຕລິກ; ແລະມີຄວາມຕັ້ງໃຈວ່າ ຈະອຸທິດຊີວິດເພື່ອປະກາດຂ່າວປະເສີດໃຫ້ກັບຊົນຊາດຂອງຕົນເອງ. ຕໍ່ມາບໍ່ເທົ່າໃດປີ, ເພິ່ນຈຶ່ງໄປນະຄອນໂຣມ ເພື່ອສຶກສາຕາມຈຸດປະສົງດັ່ງກ່າວຢູ່ໃນວິທະຍາໄລສອນນັກປະກາດຂອງກາໂຕລິກ. ແຕ່ນິໄສການເປັນຕົວຂອງຕົວເອງ ແລະ ການເວົ້າກົງໄປກົງມາ ເປັນເຫດໃຫ້ວໍຟ໌ຖືກກ່າວຫາວ່າເປັນຄົນນອກຮີດ. ເພິ່ນໂຈມຕີການປະຕິບັດຢ່າງຜິດພ້ຽນຂອງຄຣິສຕະຈັກໂຣມຢ່າງເປີດເຜີຍ ແລະ ຊຸກຍູ້ໃຫ້ເກີດການປະຕິຮູບ. ເຖິງແມ່ນວ່າໃນຕອນທຳອິດ ເພິ່ນໄດ້ຮັບຄວາມໂປດປານເປັນພິເສດຈາກພວກຜູ້ນຳຊັ້ນສູງໃນລະບອບສັນຕະປາປາ, ແຕ່ຕໍ່ມາກໍຖືກສັ່ງໃຫ້ຍ້າຍອອກຈາກນະຄອນໂຣມ. ເພິ່ນໄປຕາມບ່ອນຕ່າງໆ ໂດຍມີເຈົ້າໜ້າທີ່ຄຣິສຕະຈັກຈັບຕາເບິ່ງເພິ່ນຢູ່, ຈົນໃນທີ່ສຸດເຈົ້າໜ້າທີ່ເຫຼົ່ານັ້ນເຫັນຢ່າງແຈ່ມແຈ້ງວ່າ ບໍ່ມີທາງທີ່ຈະໃຫ້ວໍຟ໌ມາຍອມຢູ່ໃຕ້ການບັງຄັບບັນຊາຂອງຄຣິສຕະຈັກໂຣມໄດ້. ພວກເຂົາກ່າວວ່າ ວໍຟ໌ເປັນຄົນໃຈແຂງ ດັດແປງບໍ່ໄດ້ ຈຶ່ງປ່ອຍເພິ່ນໃຫ້ໄປຕາມອິດສະຫຼະ. ເພິ່ນຈຶ່ງເດີນທາງ