24 ໃນສະຖານທີ່ສັກສິດທີ່ສຸດ
ຕົ້ນສະບັບພາສາອັງກິດ
ລະບົບຄວາມຈິງທີ່ສົມບູນ
ຄວາມເຂົ້າໃຈເລື່ອງສະຖານນະມັດສະການ ເປັນກະແຈທີ່ໄຂຄວາມເລິກລັບຂອງຄວາມຜິດຫວັງໃນປີ 1844. ມັນເປີດເຜີຍລະບົບຄວາມຈິງທີ່ສົມບູນ ເຊິ່ງມີອົງປະກອບທີ່ເຊື່ອມໂຍງ ແລະ ສອດຄ່ອງກັນ; ສະແດງໃຫ້ເຫັນວ່າ, ພຣະຫັດຂອງພຣະເຈົ້າໄດ້ນຳພາຂະບວນການປະກາດເລື່ອງການສະເດັດມາຂອງພຣະຄຣິສ. ຄວາມເຂົ້າໃຈໃນເລື່ອງສະຖານນະມັດສະການ ໄດ້ເປີດເຜີຍໜ້າທີ່ໃນປັດຈຸບັນ ໂດຍການຊີ້ໃຫ້ເຫັນເຖິງສະຖານະ ແລະ ວຽກງານຂອງໄພ່ພົນຂອງພຣະອົງ. ຫຼັງຈາກຄ່ຳຄືນອັນແສນສາຫັດແຫ່ງຄວາມທຸກທໍລະມານ ແລະ ຄວາມຜິດຫວັງຂອງພວກສາວົກຂອງພຣະເຢຊູນັ້ນ ກໍກາຍເປັນ “ຄວາມຊື່ນຊົມຍິນດີ” ເມື່ອພວກເຂົາເຫັນພຣະອົງ. (ໂຢຮັນ 20:20 LCV). ບັດນີ້ ຜູ້ທີ່ລໍຖ້າການສະເດັດມາຄັ້ງທີສອງຂອງພຣະອົງດ້ວຍຄວາມເຊື່ອ ກໍພາກັນຊົມຊື່ນຍິນດີເຊັ່ນກັນ. ພວກເຂົາຄາດຫວັງວ່າ ພຣະອົງຈະສະເດັດມາປາກົດໃນສະຫງ່າຣາສີ ເພື່ອໃຫ້ບຳເໜັດແກ່ຜູ້ຮັບໃຊ້ຂອງພຣະອົງ. ເມື່ອຕ້ອງປະສົບກັບຄວາມຜິດຫວັງ ພວກເຂົາບໍ່ສາມາດເຫັນພຣະເຢຊູດ້ວຍສາຍຕາແຫ່ງຄວາມເຊື່ອ; ພວກເຂົາຈຶ່ງຮ້ອງໄຫ້ອອກມາ ເໝືອນນາງມາຣີທີ່ອຸບມຸງຝັງສົບຂອງພຣະເຢຊູທີ່ກ່າວວ່າ: “ພວກເຂົາໄດ້ເອົາອົງພຣະຜູ້ເປັນເຈົ້າຂອງຂ້ານ້ອຍໄປແລ້ວ ແລະ ຂ້ານ້ອຍບໍ່ຮູ້ຈັກວ່າ ພວກເຂົາເອົາພຣະອົງໄປໄວ້ຢູ່ໃສ.” (ໂຢຮັນ 20:13 LCV). ບັດນີ້ກຸ່ມແອັດເວັນຕິສໄດ້ເຫັນພຣະອົງໃນສະຖານທີ່ສັກສິດທີ່ສຸດດ້ວຍຄວາມເຊື່ອ, ພຣະອົງກຳລັງເຮັດໜ້າທີ່ມະຫາປະໂຣຫິດ ຜູ້ປ່ຽມດ້ວຍຄວາມເມດຕາ; ແລະໃນເວລາອີກບໍ່ດົນພຣະອົງຈະສະເດັດມາປາກົດໃນຖານະກະສັດ ແລະ ຈະຊ່ວຍພວກເຂົາໃຫ້ພົ້ນ. ແສງສະຫວ່າງຈາກສະຖານນະມັດສະການໃນສະຫວັນ ໄດ້ສ່ອງແຈ້ງໄປຍັງອະດີດ, ປັດຈຸບັນ ແລະ ອະນາຄົດ. ພວກເຂົາຮູ້ວ່າພຣະເຈົ້າຊົງນຳພາພວກເຂົາດ້ວຍພຣະປະສົງອັນແນ່ນອນໂດຍບໍ່ຜິດພາດ. ເຖິງແມ່ນວ່າ ພວກເຂົາບໍ່ຕ່າງຫຍັງກັບພວກສາວົກລຸ້ນທຳອິດ ທີ່ບໍ່ເຂົ້າໃຈຂ່າວສານທີ່ຕົນເອງເປັນຜູ້ປະກາດ, ແຕ່ຖ້ອຍຄຳເຫຼົ່ານັ້ນຖືກຕ້ອງທຸກປະການ. ການປະກາດຂ່າວສານຂອງພວກເຂົານັ້ນ ເປັນໄປຕາມພຣະປະສົງຂອງ