35 ເສລີພາບທາງຈິດສຳນຶກຖືກຄຸກຄາມ
ຕົ້ນສະບັບພາສາອັງກິດ
ເງົາມືດຂອງໂຣມກັບຄືນມາ
ໃນປັດຈຸບັນນີ້ ສະມາຊິກຄຣິສຕະຈັກຕ່າງໆຂອງນິກາຍໂປຣແຕັສຕັງມີທ່າທີເປັນມິດຕໍ່ນິກາຍໂຣມັນກາໂຕລິກຫຼາຍກວ່າແຕ່ກ່ອນ. ໃນບັນດາປະເທດທີ່ຄຣິສຕະຈັກກາໂຕລິກບໍ່ໄດ້ຄອງອຳນາດ, ຄົນທີ່ຢູ່ຝ່າຍສັນຕະປາປາໄດ້ໃຊ້ວິທີປະນີປະນອມ ເພື່ອເພີ່ມອິດທິພົນຂອງຕົນ. ຄົນໃນປະເທດເຫຼົ່ານັ້ນ ນັບມື້ກໍບໍ່ໃຫ້ຄວາມສຳຄັນຕໍ່ຄວາມແຕກຕ່າງລະຫວ່າງຄຳສອນຂອງຄຣິສຕະຈັກຝ່າຍການປະຕິຮູບກັບລະບອບສັນຕະປາປາ. ຄົນເລີ່ມເຫັນວ່າ ຫຼັກຄວາມເຊື່ອສຳຄັນບໍ່ໄດ້ແຕກຕ່າງກັນຫຼາຍເໝືອນດັ່ງທີ່ເຄີຍຄິດ; ແລະຖ້າພວກເຮົາພຽງແຕ່ຍອມອ່ອນຂໍ້ອີກເລັກນ້ອຍ ກໍຈະເຮັດໃຫ້ເຮົາສາມາດເຂົ້າກັບຄຣິສຕະຈັກໂຣມໄດ້ດີຂຶ້ນ. ໃນອະດີດ, ພວກໂປຣແຕັສຕັງເຄີຍເຫັນຄຸນຄ່າຂອງເສລີພາບທາງຈິດສຳນຶກທີ່ຕ້ອງແລກມາດ້ວຍລາຄາແພງ. ພວກເຂົາສອນລູກຫຼານໃຫ້ກຽດຊັງລະບອບສັນຕະປາປາ ແລະ ຖືວ່າການຊອກຫາຄວາມສາມັກຄີກັບໂຣມແມ່ນການທໍລະຍົດຕໍ່ພຣະເຈົ້າ. ແຕ່ຄວາມຄິດເຫັນໃນປັດຈຸບັນນີ້ ຊ່າງແຕກຕ່າງກັບອະດີດເຫຼືອເກີນ! {GC 563.1}
ຜູ້ປົກປ້ອງລະບອບສັນຕະປາປາປະກາດວ່າ ຄຣິສຕະຈັກຂອງພວກເຂົາຖືກໃສ່ຮ້າຍປ້າຍສີ; ສ່ວນວົງການໂປຣແຕັສຕັງກໍພ້ອມທີ່ຈະຍອມຮັບຄຳປະກາດນີ້. ຫຼາຍຄົນກ່າວວ່າ ບໍ່ຍຸຕິທຳທີ່ຈະຕັດສິນຄຣິສຕະຈັກໂຣມໃນປັດຈຸບັນ ໂດຍອີງໃສ່ການກະທຳທີ່ໜ້າລັງກຽດ ແລະ ຄວາມໂງ່ຈ້າທີ່ເກີດຂຶ້ນຫຼາຍຮ້ອຍປີ ໃນສະໄໝຍຸກມືດທີ່ຄຣິສຕະຈັກໂຣມປົກຄອງ ແລະ ຜູ້ຄົນຂາດຄວາມຮູ້. ພວກເຂົາແກ້ຕົວໃຫ້ກັບການກະທຳທີ່ໂຫດຮ້າຍທາລຸນຂອງຄຣິສຕະຈັກໂຣມວ່າ ເປັນຍ້ອນສະພາບປ່າເຖື່ອນຂອງຍຸກສະໄໝນັ້ນ ແລະ ອ້າງວ່າຄວາມຈະເລີນຂອງໂລກສະໄໝໃໝ່ໄດ້ປ່ຽນແປງຄວາມຄິດເຫັນຂອງຄຣິສຕະຈັກແລ້ວ. {GC 563.2}
ຄົນເຫຼົ່ານີ້ລືມຄຳອວດອ້າງອັນຈອງຫອງຂອງຄຣິສຕະຈັກໂຣມແລ້ວບໍ ທີ່ປະກາດເປັນເວລາ 800 ປີວ່າພວກເຂົາບໍ່ມີຄວາມຜິດພາດຈັກເທື່ອ? ຄຳອ້າງນີ້, ບໍ່ພຽງແຕ່ບໍ່ໄດ້ຖືກຍົກເລີກ ແຕ່ຍັງຖືກຢືນຢັນໃນສະຕະວັດທີ 19 ດ້ວຍຄວາມໝັ້ນໃຈຫຼາຍກວ່າເກົ່າ. ຄຣິສຕະຈັກໂຣມອ້າງວ່າ “ຄຣິສຕະຈັກບໍ່ເຄີຍຜິດພາດ ແລະ ຕາມຫຼັກພຣະຄຳພີແລ້ວຈະບໍ່ມີວັນຜິດພາດ.” ເມື່ອມີການອ້າງເຊັ່ນນີ້ແລ້ວ ພວກເຂົາຈະປະຕິເສດຫຼັກການທີ່ໃຊ້ປົກຄອງໃນອະດີດໄດ້ແນວໃດ? {GC 564.1}
ຄຣິສຕະຈັກກາໂຕລິກຈະບໍ່ມີວັນຍອມສະຫຼະຄຳອ້າງວ່າຕົນບໍ່ມີການຜິດພາດ. ພວກເຂົາຖືວ່າ ທຸກສິ່ງທີ່ຄຣິສຕະຈັກໂຣມໄດ້ເຮັດໄປໃນການຂົ່ມເຫັງຜູ້ທີ່ປະຕິເສດຫຼັກຄຳສອນຂອງຕົນນັ້ນຖືກຕ້ອງແລ້ວ. ຖ້າມີໂອກາດອີກພວກເຂົາຈະບໍ່ເຮັດແບບດຽວກັນບໍ? ຖ້າຝ່າຍປົກຄອງໄດ້ຍົກເລີກຂໍ້ຈຳກັດທີ່ມີຢູ່ໃນປັດຈຸບັນ ແລະ ປ່ອຍໃຫ້ຄຣິສຕະຈັກໂຣມໄດ້ກັບຄືນສູ່ອຳນາດດັ້ງເດີມ, ການກົດຂີ່ຂົ່ມເຫັງ ແລະ ການປົກຄອງແບບຜະເດັດການກໍຈະຟື້ນຄືນມາຢ່າງໄວວາ. {GC 564.2}
ນັກຂຽນຜູ້ມີຊື່ສຽງຄົນໜຶ່ງໄດ້ກ່າວເຖິງທ່າທີຂອງລະບອບສັນຕະປາປາກ່ຽວກັບເສລີພາບທາງຈິດສຳນຶກ ແລະ ອັນຕະລາຍທີ່ຈະເກີດຂຶ້ນກັບສະຫະລັດອາເມຣິກາ ຖ້າແຜນການຂອງຄຣິສຕະຈັກໂຣມສຳເລັດດັ່ງຕໍ່ໄປນີ້ວ່າ: {GC 564.3}
“ຫຼາຍຄົນເຫັນວ່າ ການຢ້ານກົວຄຣິສຕະຈັກໂຣມັນກາໂຕລິກໃນສະຫະລັດອາເມຣິກາ ເປັນເລື່ອງຂອງອະຄະຕິ ຫຼື ຄວາມຄິດແບບເດັກນ້ອຍ. ຄົນເຫຼົ່ານີ້ບໍ່ເຫັນລັກສະນະ ຫຼື ທ່າທີຂອງຝ່າຍຄຣິສຕະຈັກໂຣມທີ່ເປັນອັນຕະລາຍຕໍ່ສະຖາບັນອັນເປັນອິດສະຫຼະຂອງພວກເຮົາ ແລະ ບໍ່ເຫັນວ່າການເຕີບໃຫຍ່ຂະຫຍາຍຕົວຂອງຄຣິສຕະຈັກໂຣມເປັນລາງຮ້າຍແຕ່ຢ່າງໃດ. ດັ່ງນັ້ນ, ໃຫ້ພວກເຮົາສົມທຽບຫຼັກການພື້ນຖານບາງຢ່າງຂອງລັດຖະບານພວກເຮົາ ກັບຫຼັກການຂອງຄຣິສຕະຈັກກາໂຕລິກ.” {GC 564.4}
“ລັດຖະທຳມະນູນຂອງສະຫະລັດຮັບປະກັນເສລີພາບທາງຈິດສຳນຶກ. ນີ້ແມ່ນຫຼັກການພື້ນຖານທີ່ສຳຄັນທີ່ສຸດຂອງອາເມຣິກາ. ສັນຕະປາປາປີອູດທີ 9 ໄດ້ກ່າວໃນຈົດໝາຍອະທິບາຍຄວາມເຊື່ອລົງວັນທີ 15 ສິງຫາ 1854 ວ່າ: ‘ຫຼັກຄຳສອນທີ່ໂງ່ຈ້າ ແລະ ຜິດພາດ ພ້ອມດ້ວຍຄຳເວົ້າອັນຂາດສະຕິທີ່ປົກປ້ອງເສລີພາບທາງຈິດສຳນຶກນັ້ນ ແມ່ນຄວາມຜິດພາດທີ່ອັນຕະລາຍທີ່ສຸດ ແລະ ເປັນໂຣກລະບາດທີ່ໜ້າຢ້ານກົວທີ່ສຸດໃນຝ່າຍປົກຄອງຂອງລັດ.’ ສັນຕະປາປາອົງດຽວກັນນີ້ໄດ້ຂຽນຈົດໝາຍອະທິບາຍຄວາມເຊື່ອລົງວັນທີ 8 ທັນວາ 1864 ໂດຍເພິ່ນໄດ້ສາບແຊ່ງ ‘ຜູ້ທີ່ອ້າງສິດເສລີພາບທາງຈິດສຳນຶກ ແລະ ການນະມັດສະການ’ ແລະ ‘ທຸກຄົນທີ່ເວົ້າວ່າຄຣິສຕະຈັກບໍ່ມີສິດໃຊ້ອຳນາດບັງຄັບ.’” {GC 564.5}
“ທ່າທີອ່ອນນ້ອມຂອງຄຣິສຕະຈັກໂຣມໃນສະຫະລັດບໍ່ໄດ້ສະແດງເຖິງການປ່ຽນທັດສະນະ; ພວກເຂົາຍອມຜ່ອນຜັນສະເພາະໃນບ່ອນທີ່ພວກເຂົາບໍ່ມີອຳນາດ. ເຈົ້າຄະນະໂອຄອນເນີກ່າວວ່າ: ‘ພວກເຮົາຍອມຮັບເສລີພາບທາງສາສະໜາພຽງຊົ່ວຄາວ ຈົນກວ່າຈະສາມາດປ່ຽນແປງໄປໃນທາງກົງກັນຂ້າມ ໂດຍບໍ່ເປັນອັນຕະລາຍຕໍ່ວົງການກາໂຕລິກ.’ ເຈົ້າຄະນະໃຫຍ່ແຫ່ງນະຄອນເຊນຫຼຸຍສ໌ເຄີຍກ່າວວ່າ: ‘ການສອນນອກຮີດ ແລະ ການບໍ່ເຊື່ອໃນພຣະເຈົ້າເປັນອາດຊະຍາກຳ. ໃນປະເທດຄຣິສຕຽນເຊັ່ນ: ອີຕາລີ ແລະ ແອັດສະປາຍ (Spain) ບ່ອນທີ່ປະຊາຊົນທັງໝົດເປັນກາໂຕລິກ ແລະ ສາສະໜາກາໂຕລິກເປັນສ່ວນສຳຄັນຂອງກົດໝາຍບ້ານເມືອງ, ການສອນນອກຮີດ ແລະ ການບໍ່ເຊື່ອໃນພຣະເຈົ້າ ຈະຖືກລົງໂທດຄືກັນກັບອາດຊະຍາກຳອື່ນໆ.’” {GC 565.1}
“ທຸກຄົນທີ່ເປັນພຣະຄາດີນັນ, ເຈົ້າຄະນະໃຫຍ່ ຫຼື ເຈົ້າຄະນະໃນຄຣິສຕະຈັກກາໂຕລິກ ຕ້ອງກ່າວຄຳປະຕິຍານຕົນຕໍ່ສັນຕະປາປາ ໂດຍມີຖ້ອຍຄຳດັ່ງຕໍ່ໄປນີ້: ‘ຂ້າພະເຈົ້າຈະຂົ່ມເຫັງ ແລະ ຕໍ່ຕ້ານຢ່າງສຸດຄວາມສາມາດຕໍ່ພວກນອກຮີດ, ພວກແຍກນິກາຍ ແລະ ຜູ້ກະບົດຕໍ່ເຈົ້ານາຍຂອງພວກເຮົາ (ຄືສັນຕະປາປາ) ຫຼື ຜູ້ສືບທອດຕຳແໜ່ງຂອງເພິ່ນ.’” {GC 565.2}
ມີຄຣິສຕຽນແທ້ໃນນິກາຍໂຣມັນກາໂຕລິກ; ຄົນຈຳນວນຫຼວງຫຼາຍໃນຄຣິສຕະຈັກນັ້ນ ກຳລັງຮັບໃຊ້ພຣະເຈົ້າຕາມແສງສະຫວ່າງທີ່ພວກເຂົາມີ. ພວກເຂົາບໍ່ໄດ້ຮັບອະນຸຍາດໃຫ້ເຂົ້າເຖິງພຣະຄຳຂອງພຣະເຈົ້າ; ສະນັ້ນ, ພວກເຂົາຈຶ່ງບໍ່ຮູ້ຄວາມຈິງ. ພວກເຂົາບໍ່ເຄີຍເຫັນຄວາມແຕກຕ່າງລະຫວ່າງການນະມັດສະການດ້ວຍໃຈ ກັບການປະຕິບັດຕາມພິທີກຳເທົ່ານັ້ນ. ພຣະເຈົ້າຊົງເບິ່ງຄົນເຫຼົ່ານີ້ດ້ວຍຄວາມເມດຕາ ເພາະພວກເຂົາຖືກສອນຕາມຫຼັກສາສະໜາທີ່ຫຼອກລວງ ເຊິ່ງບໍ່ໄດ້ສ້າງຄວາມອີ່ມໃຈ. ພຣະອົງຈະສ່ອງແສງສະຫວ່າງໃຫ້ທະລຸຄວາມມືດທີ່ອ້ອມຮອບພວກເຂົາ. ພຣະອົງຈະເປີດເຜີຍຄວາມຈິງໃນພຣະເຢຊູຄຣິສແກ່ພວກເຂົາ ແລະ ຫຼາຍຄົນຈະເຂົ້າມາຢືນຢູ່ກັບໄພ່ພົນຂອງພຣະອົງ. {GC 565.3}
ໃນປັດຈຸບັນ, ຄຣິສຕະຈັກໂຣມັນກາໂຕລິກບໍ່ໄດ້ສອດຄ່ອງກັບຂ່າວປະເສີດຂອງພຣະຄຣິສ ຫຼາຍກວ່າສະໄໝອື່ນໃນປະຫວັດສາດ. ບັນດາຄຣິສຕະຈັກນິກາຍໂປຣແຕັສຕັງຢູ່ໃນຄວາມມືດອັນໜາທຶບ; ບໍ່ດັ່ງນັ້ນ, ພວກເຂົາຄົງຈະສັງເກດເຫັນໝາຍສຳຄັນແຫ່ງຍຸກສະໄໝ. ຄຣິສຕະຈັກໂຣມມີແຜນການ ແລະ ວິທີການດຳເນີນງານທີ່ກວ້າງໄກ. ພວກເຂົາກຳລັງໃຊ້ທຸກວິທີທາງເພື່ອຂະຫຍາຍອິດທິພົນ ແລະ ເພີ່ມອຳນາດ ເພື່ອກຽມພ້ອມສຳລັບການຕໍ່ສູ້ທີ່ດຸເດືອດ. ເປົ້າໝາຍຂອງພວກເຂົາແມ່ນປົກຄອງໂລກອີກຄັ້ງໜຶ່ງ, ຟື້ນຟູການຂົ່ມເຫັງ ແລະ ລົບລ້າງທຸກສິ່ງທີ່ຝ່າຍໂປຣແຕັສຕັງໄດ້ສ້າງຂຶ້ນ. ຄຣິສຕະຈັກກາໂຕລິກກຳລັງເຕີບໃຫຍ່ໃນທຸກທິດທາງ; ຈົ່ງເບິ່ງຈຳນວນໂບດ ແລະ ວິຫານທີ່ເພີ່ມຂຶ້ນໃນປະເທດໂປຣແຕັສຕັງ. ເບິ່ງມະຫາວິທະຍາໄລ ແລະ ສະຖາບັນສອນສາສະໜາຂອງພວກເຂົາທີ່ມີຊື່ສຽງໃນອາເມຣິກາ ແລະ ມີຊາວໂປຣແຕັສຕັງເຂົ້າຮຽນຢ່າງຫຼວງຫຼາຍ. ເບິ່ງການເພີ່ມຂຶ້ນຂອງພິທີກຳໃນປະເທດອັງກິດ ແລະ ການທີ່ຫຼາຍຄົນໄດ້ຫັນໄປຮັບເຊື່ອໃນຄຣິສຕະຈັກກາໂຕລິກ. ສິ່ງເຫຼົ່ານີ້ຄວນເຮັດໃຫ້ທຸກຄົນທີ່ເຫັນຄຸນຄ່າຂອງຫຼັກການອັນບໍຣິສຸດຂອງຂ່າວປະເສີດເກີດຄວາມກັງວົນ. {GC 565.4}
ຄວາມຫຼູຫຼາທີ່ຫຼອກລວງ
ພວກໂປຣແຕັສຕັງເລີ່ມເຫັນດີກັບແນວຄິດຂອງລະບອບສັນຕະປາປາ ແລະ ເອົາໃຈພວກເຂົາ. ຝ່າຍໂປຣແຕັສຕັງໄດ້ຍອມຜ່ອນຜັນ ແລະ ຍອມປະນີປະນອມ ຈົນຄົນທີ່ຢູ່ຝ່າຍກາໂຕລິກເອງກໍປະຫຼາດໃຈ ແລະ ບໍ່ເຂົ້າໃຈ. ຜູ້ຄົນກຳລັງປິດຕາຕໍ່ລັກສະນະທີ່ແທ້ຈິງຂອງລະບອບສັນຕະປາປາ ແລະ ໄພອັນຕະລາຍທີ່ຈະເກີດຂຶ້ນ ຖ້າຄຣິສຕະຈັກໂຣມມີອຳນາດສູງສຸດ. ຄົນທັງຫຼາຍຈຳເປັນຕ້ອງໄດ້ຮັບການເຕືອນ ໃຫ້ລຸກຂຶ້ນຕໍ່ຕ້ານການລຸກລາມຂອງສັດຕູທີ່ອັນຕະລາຍທີ່ສຸດຕໍ່ສິດທິບຸກຄົນ ແລະ ເສລີພາບທາງສາສະໜາ. {GC 566.1}
ຄົນທີ່ນັບຖືສາສະໜາຄຣິສນິກາຍໂປຣແຕັສຕັງຫຼາຍຄົນຄິດວ່າ ສາສະໜາກາໂຕລິກໜ້າເບື່ອ ແລະ ການນະມັດສະການຂອງພວກເຂົາບໍ່ມີສິ່ງໃດໜ້າດຶງດູດໃຈ, ມີແຕ່ການເຮັດພິທີຊ້ຳໄປຊ້ຳມາໂດຍບໍ່ມີຄວາມໝາຍ; ແຕ່ນີ້ແມ່ນການເຂົ້າໃຈຜິດ. ເຖິງແມ່ນວ່າ ສາສະໜາໂຣມັນກາໂຕລິກຕັ້ງຢູ່ເທິງການຫຼອກລວງ ແຕ່ບໍ່ແມ່ນການຫຼອກລວງທີ່ງຸ່ມງ່າມເຊີ້ຊ້າ. ພິທີການນະມັດສະການຂອງຄຣິສຕະຈັກໂຣມ ມີຄວາມສະຫງ່າງາມອັນໜ້າປະທັບໃຈຫຼາຍທີ່ສຸດ. ການສະແດງອອກທີ່ຫຼູຫຼາງາມຕາ ແລະ ພິທີກຳອັນໜ້າຢຳເກງ ເຮັດໃຫ້ຄົນທັງຫຼາຍຫຼົງລະເລີງຈົນບໍ່ໄດ້ຄິດເປັນເຫດເປັນຜົນ ແລະ ບໍ່ໄດ້ຍິນສຽງເຕືອນຂອງຈິດສຳນຶກຜິດຊອບ. ທຸກສິ່ງທີ່ຕາເຫັນລ້ວນແຕ່ເຮັດໃຫ້ຫຼົງໄຫຼເຊັ່ນ: ໂບດວິຫານອັນໃຫຍ່ໂຕ, ຂະບວນແຫ່ອັນງາມສະຫງ່າ, ແທ່ນບູຊາຄຳ, ສະຖານທີ່ສັກສິດທີ່ປະດັບດ້ວຍເພັດພອຍ, ຮູບແຕ້ມອັນລ້ຳຄ່າ ແລະ ປະຕິມາກຳທີ່ວິຈິດບັນຈົງ; ສິ່ງເຫຼົ່ານີ້ໄດ້ລໍ້ໃຈຄົນທີ່ມັກຄວາມສວຍງາມ. ບໍ່ພຽງແຕ່ຕາເທົ່ານັ້ນ, ຫູກໍຍັງຖືກລໍ້ໃຫ້ຫຼົງລະເລີງເຊັ່ນດຽວກັນ; ດົນຕີຂອງພວກເຂົາກໍລ້ຳເລີດທີ່ສຸດໃນໂລກ. ສຽງອັນໄພເລາະຂອງອໍແກນປະສານກັບສຽງຄະນະນັກຮ້ອງທີ່ດັງກ້ອງກັງວານໃນໂບດວິຫານອັນສູງໃຫຍ່ຂອງພວກເຂົາ. ສິ່ງເຫຼົ່ານີ້ສ້າງຄວາມຢຳເກງ ແລະ ຄວາມນັບຖື ໃຫ້ແກ່ຜູ້ຄົນທີ່ໄດ້ເຂົ້າໄປສຳຜັດ. {GC 566.2}
ຄວາມຫຼູຫຼາຟູ່ຟ່າ, ຄວາມສະຫງ່າງາມ ແລະ ພິທີການຕ່າງໆ ບໍ່ສາມາດປິ່ນປົວຈິດວິນຍານທີ່ເຈັບປ່ວຍດ້ວຍບາບ ແຕ່ສະແດງໃຫ້ເຫັນເຖິງສະພາບຈິດໃຈທີ່ຂາດຄວາມບໍຣິສຸດ. ສາສະໜາຂອງພຣະຄຣິສບໍ່ຕ້ອງອາໄສສິ່ງດຶງດູດເຫຼົ່ານີ້. ໃນແສງສະຫວ່າງທີ່ສ່ອງມາຈາກໄມ້ກາງແຂນ, ຄຣິສຕະສາສະໜາທີ່ແທ້ຈິງປາກົດເປັນສິ່ງບໍຣິສຸດ ແລະ ງົດງາມ ຈົນການຕົບແຕ່ງພາຍນອກບໍ່ສາມາດເພີ່ມຄຸນຄ່າໄດ້. ສິ່ງທີ່ມີຄຸນຄ່າສຳລັບພຣະເຈົ້າ ແມ່ນຄວາມສະຫງ່າງາມທີ່ເກີດຈາກຄວາມບໍຣິສຸດ ແລະ ຈິດໃຈທີ່ນອບນ້ອມຖ່ອມຕົນ. {GC 566.3}
ການສະແດງອອກທີ່ຫຼູຫຼາບໍ່ໄດ້ເປັນສິ່ງຢືນຢັນວ່າມີຄວາມຄິດທີ່ບໍຣິສຸດ ແລະ ສູງສົ່ງສະເໝີໄປ. ຄວາມເຂົ້າໃຈອັນເລິກເຊິ່ງທາງສິລະປະ ແລະ ການນິຍົມຂອງມີຄຸນນະພາບມັກພົບເຫັນໃນຄົນທີ່ຫຼົງໃນຄວາມສຸກຝ່າຍເນື້ອໜັງ. ຊາຕານມັກນຳໃຊ້ສິ່ງເຫຼົ່ານີ້ ເພື່ອຊັກນຳໃຫ້ຄົນລືມຄວາມຕ້ອງການຂອງຈິດວິນຍານຈົນບໍ່ຄຳນຶງເຖິງຊີວິດນິຣັນ. ມັນພະຍາຍາມນຳຄວາມສົນໃຈຂອງມະນຸດອອກຈາກພຣະເຈົ້າ ຜູ້ຊົງສາມາດຊ່ວຍເຫຼືອພວກເຂົາໄດ້ທຸກຢ່າງ ໂດຍມຸ່ງໃຫ້ພວກເຂົາດຳລົງຊີວິດຢູ່ເພື່ອໂລກນີ້ເທົ່ານັ້ນ. {GC 567.1}
ສາສະໜາທີ່ເນັ້ນພິທີກຳພາຍນອກເປັນທີ່ດຶງດູດສຳລັບຄົນທີ່ຍັງບໍ່ໄດ້ກັບໃຈ. ຄວາມຫຼູຫຼາ ແລະ ພິທີນະມັດສະການແບບກາໂຕລິກເປັນຄືມົນສະກົດຈິດ ເຊິ່ງເຮັດໃຫ້ຫຼາຍຄົນຫຼົງເຊື່ອ. ພວກເຂົາຈຶ່ງເຫັນວ່າ ຄຣິສຕະຈັກໂຣມັນກາໂຕລິກເປັນເໝືອນປະຕູທີ່ຈະເຂົ້າສູ່ສະຫວັນ. ມີແຕ່ຜູ້ທີ່ຢືນໝັ້ນຢູ່ເທິງຮາກຖານແຫ່ງຄວາມຈິງ ແລະ ມີຈິດໃຈທີ່ໄດ້ຮັບການປ່ຽນແປງໂດຍພຣະວິນຍານຂອງພຣະເຈົ້າເທົ່ານັ້ນ ທີ່ຈະບໍ່ຫຼົງໄປກັບອິດທິພົນຂອງມັນ. ຄົນຈຳນວນຫຼາຍທີ່ບໍ່ມີປະສົບການສ່ວນຕົວກັບພຣະຄຣິສຈະພາກັນຮັບເອົາຮູບແບບຂອງສາສະໜາທີ່ບໍ່ມີຣິດອຳນາດ; ສາສະໜາແບບນີ້ແຫຼະທີ່ສັງຄົມສ່ວນໃຫຍ່ຢາກໄດ້. {GC 567.2}
ການທີ່ຄຣິສຕະຈັກໂຣມອ້າງວ່າມີສິດໃນການອະໄພບາບ ເຮັດໃຫ້ສະມາຊິກຮູ້ສຶກວ່າຕົນມີສິດເຮັດບາບໄດ້ຕາມໃຈ. ພິທີສາລະພາບບາບທີ່ເປັນເງື່ອນໄຂຂອງການໃຫ້ອະໄພ ກໍຍັງເປັນການເປີດໂອກາດໃຫ້ເຮັດຄວາມຊົ່ວອີກດ້ວຍ. ຄົນທີ່ຄູ້ເຂົ່າຕໍ່ໜ້າມະນຸດທີ່ຫຼົງຜິດ ແລະ ເປີດເຜີຍຄວາມຄິດ ແລະ ຈິນຕະນາການອັນເລິກລັບໃນໃຈໃຫ້ແກ່ເຂົາ ກໍໄດ້ທຳລາຍກຽດຂອງການເປັນລູກຜູ້ຊາຍ ແລະ ເຮັດໃຫ້ຈິດສຳນຶກຜິດຊອບຂອງຕົນເສື່ອມລົງ. ບາດຫຼວງທຸກຄົນກໍເປັນພຽງມະນຸດທີ່ຫຼົງຜິດ ແລະ ເຮັດບາບ, ຫຼາຍຄົນຕິດເຫຼົ້າ ແລະ ຫຼົງມົວເມົາໃນກາມ. ເມື່ອມີການເປີດເຜີຍຄວາມບາບໃນຊີວິດຂອງຕົນໃຫ້ແກ່ພວກເຂົາ ກໍເຮັດໃຫ້ມາດຕະຖານທາງສິນທຳຂອງຕົນເອງຕົກຕ່ຳລົງ ແລະ ສົ່ງຜົນໃຫ້ຈິດໃຈເປິເປື້ອນມົນທິນ. ຍ້ອນວ່າບາດຫຼວງຢູ່ໃນຖານະເປັນຕົວແທນຂອງພຣະເຈົ້າ, ຜູ້ທີ່ສາລະພາບບາບຕໍ່ເຂົາຈຶ່ງເຂົ້າໃຈພຣະເຈົ້າຜິດໄປ ເໝືອນພຣະອົງບໍ່ຕ່າງຫຍັງກັບມະນຸດທຳມະດາຄົນໜຶ່ງ. ການສາລະພາບບາບຕໍ່ມະນຸດດ້ວຍກັນເຮັດໃຫ້ມະນຸດເສື່ອມລົງ, ເປັນເຫດໃຫ້ຄວາມຊົ່ວຊ້າແຜ່ຂະຫຍາຍທົ່ວໂລກ ແລະ ກຽມໂລກໃຫ້ພ້ອມສຳລັບການຖືກທຳລາຍຄັ້ງສຸດທ້າຍ. ເຖິງຢ່າງນັ້ນ, ສຳລັບຜູ້ທີ່ມັກຕາມໃຈຕົວເອງ ການສາລະພາບຕໍ່ເພື່ອນມະນຸດດ້ວຍກັນກໍພໍໃຈຫຼາຍກວ່າການເປີດໃຈຕໍ່ພຣະເຈົ້າ. ສຳລັບທຳມະຊາດຂອງມະນຸດແລ້ວ, ການບຳເພັນຕົນເພື່ອຊົດໃຊ້ບາບນັ້ນ ງ່າຍກວ່າການປະຖິ້ມຄວາມບາບ. ການທໍລະມານຮ່າງກາຍດ້ວຍການນຸ່ງເຄື່ອງທີ່ເຮັດດ້ວຍຜ້າກະສອບ, ການຕີຕົວເອງດ້ວຍແສ້ ແລະ ການຕິດສາຍໂສ້ນັ້ນ ງ່າຍກວ່າການເອົາຄວາມປາຖະໜາຝ່າຍເນື້ອໜັງໄປຄຶງໄວ້ທີ່ໄມ້ກາງແຂນ. ແອກທີ່ຈິດໃຈຝ່າຍເນື້ອໜັງເຕັມໃຈແບກນັ້ນໜັກໜາແທ້ ເພື່ອຈະບໍ່