1 ຄວາມພິນາດຂອງນະຄອນເຢຣູຊາເລັມ
ຕົ້ນສະບັບພາສາອັງກິດ
ພຣະເຢຊູຮ້ອງໄຫ້ເຖິງນະຄອນເຢຣູຊາເລັມ
“ໃນວັນນີ້ ຖ້າເຈົ້າໄດ້ຮູ້ເຖິງສິ່ງທີ່ເຮັດໃຫ້ເຈົ້າມີສັນຕິສຸກ ກໍເປັນການດີ ແຕ່ບັດນີ້ ສິ່ງເຫຼົ່ານັ້ນໄດ້ຖືກປິດບັງໄວ້ຈາກຕາຂອງເຈົ້າແລ້ວ. ດ້ວຍວ່າ ເວລາຈະມາເຖິງ ເມື່ອສັດຕູຂອງເຈົ້າຈະຂຸດຄູອ້ອມເຈົ້າ ແລະ ຕັນເຈົ້າໄວ້ທຸກດ້ານ. ພວກເຂົາຈະທຳລາຍເຈົ້າ ແລະ ລູກທັງຫຼາຍທີ່ຢູ່ນຳເຈົ້າໃຫ້ລົງພຽງດິນ. ພວກເຂົາຈະບໍ່ປະກ້ອນຫີນໃຫ້ຊ້ອນທັບກັນໄວ້ພາຍໃນເຈົ້າ ເພາະວ່າເຈົ້າບໍ່ຮູ້ເວລາທີ່ພຣະເຈົ້າໄດ້ມາຢ້ຽມຢາມເຈົ້າ.” (ລູກາ 19:42–44). {GC 17.1}
ພຣະເຢຊູເບິ່ງນະຄອນເຢຣູຊາເລັມຈາກຍອດພູເຂົາໝາກກອກເທດໃນລະຫວ່າງເທດສະການປັດສະຄາ. ພາບທີ່ເຫັນນັ້ນສວຍງາມ ແລະ ມີຄວາມສະຫງົບຢູ່ທົ່ວໄປ. ຄົນເຊື້ອສາຍຂອງຢາໂຄບຈາກທຸກທິດຕ່າງມາຮ່ວມຊຸມນຸມກັນທີ່ນັ້ນ ເພື່ອສະເຫຼີມສະຫຼອງເທດສະການແຫ່ງຊາດຄັ້ງໃຫຍ່ນີ້. ຜ້າເຕັນຂອງຜູ້ມາຮ່ວມງານກະຈາຍໄປຕາມພູເຂົາອັນຂຽວສົດ ແລະ ມີສວນທີ່ຖືກຈັດໄວ້ເໝືອນຂັ້ນໄດຕາມເນີນພູ. ພຣະຣາຊວັງອັນສະຫງ່າຜ່າເຜີຍ ແລະ ກຳແພງສູງໃຫຍ່ຂອງເມືອງຫຼວງຢືນຢູ່ໂດດເດັ່ນ. ເບິ່ງຄື ບຸດຕີຊີໂອນ ແມ່ນນະຄອນເຢຣູຊາເລັມນັ້ນເອງກຳລັງກ່າວຢ່າງຫຍິ່ງຍະໂສວ່າ: “ເຮົາຢູ່ໃນຕຳແໜ່ງຣາຊິນີ,…ເຮົາຈະບໍ່ປະສົບຄວາມໂສກເສົ້າຈັກເທື່ອ.” (ພຣະນິມິດ 18:7). ນະຄອນເຢຣູຊາເລັມສວຍງາມ ແລະ ຊາວເມືອງຖືວ່າສະຫວັນໂຜດຕົນເອງ ດັ່ງເຊັ່ນໃນສະໄໝບູຮານ ທີ່ນັກກະວີຫຼວງເຄີຍຂັບຮ້ອງເພງສັນລະເສີນວ່າ: “ຊີໂອນພູຂອງພຣະເຈົ້າ ສູງສົ່ງ ແລະ ງາມຫຼາຍ ນະຄອນຂອງກະສັດຜູ້ຍິ່ງໃຫຍ່ ທີ່ນຳເອົາຄວາມຊົມຊື່ນຍິນດີມາສູ່ທົ່ວທັງແຜ່ນດິນໂລກ.” (ເພງສັນລະເສີນ 48:2). ລຳແສງຕາເວັນທີ່ກຳລັງເຄື່ອນລັບຂອບຟ້າສະທ້ອນຈາກຫີນອ່ອນສີຂາວສະອາດ, ປະຕູຄຳ, ຫໍຄອຍ ແລະ ຍອດພຣະວິຫານຄຳຢ່າງເຈີດຈ້າແວວວາວ. ພຣະວິຫານງົດງາມ ບໍ່ມີບ່ອນຕຳໜິ ເປັນທີ່ພາກພູມໃຈຂອງຊາວຢິວທຸກຄົນ. ຈະມີລູກຫຼານຄົນໃດໃນອິດສະຣາເອນແດ່ ເມື່ອເຫັນພາບດັ່ງກ່າວແລ້ວຈະບໍ່ຮູ້ສຶກຊື່ນບານໃຈ? ຈະມີຈັກຄົນທີ່ບໍ່ຊົມເຊີຍ? ແຕ່ຄວາມຄິດຂອງພຣະເຢຊູແຕກຕ່າງກັນຫຼາຍ. “ຂະນະທີ່ພຣະອົງສະເດັດມາໃກ້ ແລະ ເຫັນຕົວເມືອງແລ້ວ ພຣະອົງຊົງຮ້ອງໄຫ້ສຽງດັງ.” (ລູກາ 19:41 ແປຈາກພາສາກຣີກ). ທ່າມກາງຄວາມຊົມຊື່ນຍິນດີຂອງຄົນທັງຫຼາຍທີ່ຮ່ວມຂະບວນສະເດັດ ຂະນະທີ່ພຣະອົງສະເດັດເຂົ້າໄປໃນນະຄອນຢ່າງຜູ້ມີໄຊ, ທ່າມກາງຄົນໂບກກ້ານຕານ ແລະ ສຽງໂຮ່ຮ້ອງ “ໂຮຊັນນາ” ທີ່ກ້ອງກັງວານຢູ່ຕາມເນີນພູ, ຄົນຫຼາຍພັນຄົນຮ້ອງສຽງດັງຂຶ້ນ ເພື່ອປະກາດແຕ່ງຕັ້ງພຣະເຢຊູໃຫ້ເປັນກະສັດ. ແຕ່ໃນເວລາດຽວກັນນັ້ນກໍເປັນທີ່ໜ້າປະຫຼາດໃຈທີ່ພຣະຜູ້ໄຖ່ຂອງໂລກໄດ້ມີ