40 ພຣະເຈົ້າຊົງກອບກູ້ຄົນຂອງພຣະອົງ
ຕົ້ນສະບັບພາສາອັງກິດ
ແຜນການທຳລາຍຄົນຂອງພຣະເຈົ້າ
ເມື່ອກົດໝາຍບ້ານເມືອງ ບໍ່ປົກປ້ອງຜູ້ທີ່ຮັກສາພຣະບັນຍັດຂອງພຣະເຈົ້າອີກຕໍ່ໄປ, ຈະມີຂະບວນການທຳລາຍພວກເຂົາເກີດຂຶ້ນພ້ອມກັນໃນຫຼາຍປະເທດ. ເມື່ອເວລາທີ່ກຳນົດໄວ້ໃກ້ເຂົ້າມາ, ປະຊາຊົນຈະສົມຮູ້ຮ່ວມຄິດກັນ ເພື່ອກຳຈັດກຸ່ມຄົນທີ່ພວກເຂົາກຽດຊັງ. ພວກເຂົາຈະຕັດສິນໃຈໂຈມຕີໃນຄືນດຽວ ເພື່ອໃຫ້ຜູ້ທີ່ຄັດຄ້ານ ແລະ ຕັກເຕືອນພວກເຂົາຖືກປິດປາກໄປຕະຫຼອດການ. {GC 635.1}
ໄພ່ພົນຂອງພຣະເຈົ້າຈຳນວນໜຶ່ງຖືກຂັງຢູ່ໃນຄຸກ, ບາງຄົນໄດ້ລີ້ຢູ່ບ່ອນຫ່າງໄກໃນປ່າ ແລະ ເທິງພູ. ພວກເຂົາຍັງຄົງອ້ອນວອນຂໍການຄຸ້ມຄອງຈາກພຣະເຈົ້າ, ໃນຂະນະທີ່ກຸ່ມຄົນຖືອາວຸດທີ່ຖືກຊຸກຍູ້ໂດຍເຫຼົ່າຜີມານຮ້າຍ ກຳລັງກຽມການເຂັ່ນຂ້າໃນທຸກແຫ່ງຫົນ. ໃນຍາມຄັບຂັນທີ່ສຸດນີ້ເອງ, ພຣະເຈົ້າຂອງຊົນຊາດອິດສະຣາເອນ ຈະຊົງຊ່ວຍກູ້ໄພ່ພົນທີ່ພຣະອົງຊົງເລືອກໄວ້. ພຣະຜູ້ເປັນເຈົ້າຊົງກ່າວວ່າ: “ພວກເຈົ້າຜູ້ທີ່ເປັນປະຊາຊົນຂອງພຣະເຈົ້າ ຈະຊົມຊື່ນຍິນດີ ແລະ ຮ້ອງເພງດັ່ງໃນຕອນກາງຄືນທີ່ພວກເຈົ້າກິນລ້ຽງອັນບໍຣິສຸດ. ພວກເຈົ້າຈະມີຄວາມຊົມຊື່ນຍິນດີ ດັ່ງຄົນທີ່ຍ່າງໄປກັບສຽງດົນຕີ…ໄປສູ່ພູເຂົາຂອງພຣະເຈົ້າຢາເວ ສູ່ສິລາຂອງຊາດອິດສະຣາເອນ. ແລະພຣະເຈົ້າຢາເວຈະໃຫ້ທຸກຄົນໄດ້ຍິນສຽງອັນຊົງຣິດອຳນາດຂອງພຣະອົງ ແລະ ຊີມຣິດແຫ່ງຄວາມໂກດຮ້າຍຂອງພຣະອົງ. ມັນຈະມີແປວໄຟ, ພະຍຸຝົນ, ໝາກເຫັບ ແລະ ຫ່າຝົນຮ່ຳລົງມາ.” (ເອຊາຢາ 30:29–30). {GC 635.2}
ຝູງຊົນຄົນຊົ່ວກຳລັງຈະພຸ່ງເຂົ້າໃສ່ເຫຍື່ອຂອງພວກເຂົາ ພ້ອມທັງໂຮ່ຮ້ອງດ້ວຍຄວາມຄາດຫວັງໃນໄຊຊະນະ ມີສຽງການເຍາະເຍີ້ຍ ແລະ ການປ້ອຍດ່າ. ແຕ່ທັນໃດນັ້ນ ຄວາມມືດອັນໜາທຶບກວ່າຄວາມມືດຂອງຍາມກາງຄືນກໍລົງມາປົກຄຸມທົ່ວແຜ່ນດິນ. ຈາກນັ້ນ, ສາຍຮຸ້ງກໍປາກົດຂຶ້ນ ເຊິ່ງສ່ອງແສງດ້ວຍຣັດສະໝີພາບຈາກບັນລັງຂອງພຣະເຈົ້າ ພາດຜ່ານທົ່ວທ້ອງຟ້າ ແລະ ອ້ອມຮອບແຕ່ລະກຸ່ມທີ່ກຳລັງອະທິຖານຢູ່ນັ້ນ. ຝູງຊົນທີ່ຄຽດແຄ້ນກໍຢຸດຊະງັກໃນທັນທີ. ສຽງເຍາະເຍີ້ຍຂອງພວກເຂົາກໍມິດງຽບລົງ. ພວກເຂົາລືມຄົນທີ່ຕົນຕັ້ງໃຈຈະຂ້າດ້ວຍຄວາມໂຫດຮ້າຍ ແລ້ວກໍຫຼຽວເບິ່ງເຄື່ອງໝາຍແຫ່ງພັນທະສັນຍາຂອງພຣະເຈົ້າດ້ວຍຄວາມຢ້ານກົວວ່າຈະເກີດຫຍັງຂຶ້ນ ແລະ ປາຖະໜາທີ່ຈະຫຼົບລີ້ຈາກແສງອັນເຈີດຈ້າຂອງສາຍຮຸ້ງນັ້ນ. {GC 635.3}
ໄພ່ພົນຂອງພຣະເຈົ້າໄດ້ຍິນສຽງອັນໄພເລາະແຈ່ມແຈ້ງກ່າວວ່າ “ຈົ່ງເງີຍໜ້າຂຶ້ນ.” ເມື່ອພວກເຂົາຫຼຽວເບິ່ງທ້ອງຟ້າ ກໍເຫັນສາຍຮຸ້ງແຫ່ງພັນທະສັນຍາ. ເມກດຳອັນໜ້າຢ້ານທີ່ປົກຄຸມທ້ອງຟ້າໄດ້ແຍກອອກ ແລະ ຄືກັນກັບຊະເຕຟາໂນ ພວກເຂົາເຫັນສະຫວັນ ແລະ ສະຫງ່າຣາສີຂອງພຣະເຈົ້າ ພ້ອມທັງບຸດມະນຸດປະທັບເທິງບັນລັງຂອງພຣະອົງ. ພວກເຂົາເຫັນຮອຍແຜຂອງພຣະເຢຊູ ແລະ ໄດ້ຍິນພຣະອົງທູນຂໍຕໍ່ພຣະບິດາ ຕໍ່ໜ້າບັນດາທູດສະຫວັນຜູ້ບໍຣິສຸດວ່າ: “ພຣະບິດາເຈົ້າເອີຍ, ຂ້ານ້ອຍປາຖະໜາໃຫ້ບັນດາຜູ້ທີ່ພຣະອົງໄດ້ມອບໃຫ້ແກ່ຂ້ານ້ອຍນັ້ນ ໄດ້ຢູ່ກັບຂ້ານ້ອຍໃນບ່ອນທີ່ຂ້ານ້ອຍຢູ່.” (ໂຢຮັນ 17:24 LCV). ຈາກນັ້ນ, ກໍມີສຽງອັນໄພເລາະແຫ່ງໄຊຊະນະດັງຂຶ້ນອີກວ່າ: “ພວກເຂົາມາແລ້ວ! ພວກເຂົາມາແລ້ວ! ບັນດາຜູ້ບໍຣິສຸດ, ບໍ່ມີຕຳໜິ ແລະ ບໍ່ມີມົນທິນ. ພວກເຂົາໄດ້ຮັກສາຄຳຂອງເຮົາດ້ວຍຄວາມອົດທົນພາກພຽນ; ຈາກນີ້ໄປ, ພວກເຂົາຈະໄດ້ດຳເນີນຊີວິດຢູ່ທ່າມກາງເຫຼົ່າທູດສະຫວັນ.” ແລ້ວປາກອັນຊີດຂາວທີ່ສັ່ນເຊັນຂອງບັນດາຜູ້ທີ່ໄດ້ຢຶດໝັ້ນໃນຄວາມເຊື່ອ ຈະໂຮ່ຮ້ອງຂຶ້ນດ້ວຍໄຊຊະນະ. {GC 636.1}
ຄົນຂອງພຣະເຈົ້າໄດ້ຮັບອິດສະຫຼະ
ໃນຍາມທ່ຽງຄືນນັ້ນ, ພຣະເຈົ້າຊົງສຳແດງຣິດອຳນາດ ເພື່ອຊ່ວຍໄພ່ພົນຂອງພຣະອົງໃຫ້ພົ້ນ. ດວງຕາເວັນປາກົດຂຶ້ນ ສ່ອງແສງຢ່າງຮຸ່ງເຮືອງ. ໝາຍສຳຄັນ ແລະ ການອັດສະຈັນເກີດຂຶ້ນຢ່າງຕໍ່ເນື່ອງບໍ່ຂາດສາຍ. ຄົນຊົ່ວຕົກຕະລຶງ ແລະ ເບິ່ງເຫດການນີ້ດ້ວຍຄວາມຢ້ານກົວ; ສ່ວນຄົນຊອບທຳກໍມີຄວາມຊົມຊື່ນຍິນດີ ເມື່ອເຫັນໝາຍສຳຄັນແຫ່ງການຊ່ວຍກູ້ຂອງພວກເຂົາ. ທຸກສິ່ງໃນທຳມະຊາດເບິ່ງຄືວ່າຜິດປົກກະຕິໄປໝົດ; ສາຍນ້ຳທັງຫຼາຍຢຸດໄຫຼ; ເມກດຳອັນໜາທຶບກະທົບກັນ. ທ່າມກາງທ້ອງຟ້າທີ່ປັ່ນປ່ວນນັ້ນ ມີບ່ອນແຈ້ງບ່ອນໜຶ່ງທີ່ມີແສງຣັດສະໝີອັນເຈີດຈ້າເກີນທີ່ຈະບັນລະຍາຍໄດ້. ຈາກບ່ອນນັ້ນ, ມີສຽງຂອງພຣະເຈົ້າດັງກ້ອງຂຶ້ນຄືກັບສຽງນ້ຳຫຼາຍສາຍກ່າວວ່າ: “ສຳເລັດແລ້ວ.” (ພຣະນິມິດ 16:17). {GC 636.2}
ສຽງນັ້ນເຮັດໃຫ້ທ້ອງຟ້າ ແລະ ແຜ່ນດິນໂລກສັ່ນສະເທືອນ. ເກີດແຜ່ນດິນໄຫວຢ່າງໜັກ; “ຕັ້ງແຕ່ມະນຸດໄດ້ຖືກສ້າງຂຶ້ນມາໃນໂລກ ບໍ່ເຄີຍມີແຜ່ນດິນຫວັ່ນໄຫວອັນໃຫຍ່ ແລະ ຮ້າຍແຮງຂະໜາດນີ້ຈັກເທື່ອ; ນີ້ແມ່ນແຜ່ນດິນໄຫວຄັ້ງຍິ່ງໃຫຍ່ທີ່ສຸດ.” (ພຣະນິມິດ 16:18). ທ້ອງຟ້າເບິ່ງຄືຜ້າກັ້ງທີ່ຖືກສະບັດແຍກອອກແລ້ວປິດລົງ; ສະຫງ່າຣາສີຈາກບັນລັງຂອງພຣະເຈົ້າແວບວາບສ່ອງລົງມາ; ພູເຂົາສັ່ນຄືຕົ້ນອໍ້ຖືກລົມພັດ; ກ້ອນຫີນແຕກກະຈາຍໄປ. ມີສຽງດັງຄືພະຍຸໃຫຍ່ກຳລັງມາ ແລະ ທະເລປັ່ນປ່ວນດ້ວຍຄວາມຮ້າຍແຮງ; ສຽງລົມພະຍຸດັງຂຶ້ນຄືສຽງຜີມານຈຳນວນຫຼວງຫຼາຍກຳລັງມຸ່ງໜ້າໄປເພື່ອທຳລາຍລ້າງ. ແຜ່ນດິນໂລກຂຶ້ນລົງຄືກັບຄື້ນທະເລ; ພື້ນແຜ່ນດິນແຕກແຍກອອກ ແລະ ເບິ່ງຄືຮາກຖານຂອງໂລກກຳລັງຈະພັງທະລາຍລົງ. ສາຍພູພັງຈົມລົງໄປ; ເກາະທີ່ມີຜູ້ຄົນອາໄສຢູ່ ກໍຈົມຫາຍໄປ. ບັນດານະຄອນໃຫຍ່ທີ່ມີທ່າເຮືອ ແລະ ຊົ່ວຮ້າຍຄືເມືອງໂຊໂດມ ກໍຖືກນ້ຳອັນຮ້າຍກາດກືນກິນລົງໄປ. ພຣະເຈົ້າຊົງລະນຶກເຖິງມະຫານະຄອນບາບີໂລນ ເພື່ອ “ໃຫ້ນະຄອນນີ້ດື່ມເຫຼົ້າອະງຸ່ນແຫ່ງຄວາມໂກດຮ້າຍຂອງພຣະອົງ.” ມີໝາກເຫັບກ້ອນມະຫຶມາ “ແຕ່ລະກ້ອນໜັກປະມານ 45 ກິໂລກຼາມ” ຕົກລົງມາທຳລາຍຢ່າງກວ້າງຂວາງ. (ພຣະນິມິດ 16:19, 21 LCV). ນະຄອນທີ່ສະຫງ່າງາມທີ່ສຸດຂອງໂລກຖືກທຳລາຍລົງ. ຫໍຜາສາດອັນຫຼູຫຼາທີ່ບັນດາຜູ້ຍິ່ງໃຫຍ່ຂອງໂລກ ໄດ້ທຸ້ມເທຊັບສິນເພື່ອຍົກຍໍຕົນເອງກຳລັງພັງທະລາຍຕໍ່ໜ້າຕໍ່ຕາພວກເຂົາ. ກຳແພງຄຸກກໍແຕກອອກ ແລະ ໄພ່ພົນຂອງພຣະເຈົ້າທີ່ຖືກກັກຂັງຍ້ອນຄວາມເຊື່ອໄດ້ເປັນອິດສະຫຼະ. {GC 636.3}
ອຸບມຸງຝັງສົບຖືກເປີດອອກ, “ຜູ້ຄົນຈຳນວນຫຼວງຫຼາຍທີ່ນອນໃນຜົງທຸລີຈະຕື່ນຂຶ້ນ; ບາງຄົນຈະໄດ້ຮັບຊີວິດອັນເປັນນິຣັນ ບາງຄົນຈະອັບອາຍ ແລະ ຖືກດູໝິ່ນໄປຈົນຊົ່ວນິຣັນດອນ.” (ດານີເອນ 12:2 ດັດແປງຈາກສະບັບ NTV). ທຸກຄົນທີ່ຕາຍໄປໃນຂະນະທີ່ເຊື່ອໃນຂ່າວຂອງທູດສະຫວັນອົງທີສາມ ກໍຈະຟື້ນຄືນຊີວິດໃນສະພາບທີ່ມີສະຫງ່າຣາສີ ແລະ ຈະໄດ້ຍິນການປະກາດພັນທະສັນຍາແຫ່ງສັນຕິສຸກທີ່ພຣະເຈົ້າຊົງມີຕໍ່ຜູ້ທີ່ຮັກສາພຣະບັນຍັດຂອງພຣະອົງ. ສ່ວນ “ຄົນເຫຼົ່ານັ້ນທີ່ໄດ້ແທງພຣະອົງ” (ພຣະນິມິດ 1:7) ກັບພວກທີ່ເຍາະເຍີ້ຍ ແລະ ດູໝິ່ນພຣະຄຣິສ ໃນຂະນະທີ່ພຣະອົງກຳລັງທົນທຸກທໍລະມານຈົນສິ້ນພຣະຊົນ, ລວມທັງຜູ້ທີ່ຕໍ່ຕ້ານຄວາມຈິງ ແລະ ຄົນຂອງພຣະອົງຢ່າງຮຸນແຮງທີ່ສຸດ, ຄົນເຫຼົ່ານີ້ຈະຟື້ນຄືນຊີວິດ ເພື່ອເຫັນພຣະອົງເຕັມດ້ວຍສະຫງ່າຣາສີ ແລະ ເຫັນຜູ້ທີ່ສັດຊື່ ແລະ ເຊື່ອຟັງນັ້ນໄດ້ຮັບກຽດ. {GC 637.1}
ເມກໜາທຶບຍັງປົກຄຸມທ້ອງຟ້າຢູ່, ແຕ່ແສງດວງຕາເວັນສ່ອງແວບມາເປັນບາງຄັ້ງ ເໝືອນດັ່ງດວງຕາຂອງພຣະເຢໂຮວາທີ່ຈ້ອງຈະລົງໂທດ. ຟ້າແມບເຮັດໃຫ້ພື້ນຜິວໂລກລຸກເປັນແຜ່ນໄຟ. ເໜືອສຽງຟ້າຮ້ອງອັນໜ້າຢ້ານກົວນັ້ນ ມີສຽງເລິກລັບໜ້າສະພຶງກົວ, ສຽງນັ້ນປະກາດຄຳຕັດສິນລົງໂທດຄົນອະທຳ. ບໍ່ແມ່ນທຸກຄົນຈະເຂົ້າໃຈຄວາມໝາຍຂອງຖ້ອຍຄຳເຫຼົ່ານັ້ນ ແຕ່ພວກຜູ້ສອນຄວາມເທັດໄດ້ຍິນ ແລະ ເຂົ້າໃຈຢ່າງຈະແຈ້ງ. ບໍ່ດົນມານີ້, ຄົນເຫຼົ່ານັ້ນໄດ້ດຳເນີນຊີວິດແບບອວດອ້າງ ແລະ ທ້າທາຍເໝືອນບໍ່ຮູ້ຈັກຢ້ານກົວ. ທີ່ຜ່ານມາ, ພວກເຂົາສະດີດສະດິ້ງທີ່ໄດ້ທາລຸນນະກຳຄົນທີ່ຮັກສາພຣະບັນຍັດຂອງພຣະເຈົ້າ, ແຕ່ບັດນີ້ພວກເຂົາຕົກຕະລຶງຢ່າງໃຫຍ່ຫຼວງ ແລະ ຢ້ານກົວຈົນຕົວສັ່ນ. ສຽງຮ້ອງໄຫ້ຄວນຄາງຂອງພວກເຂົາດັງກວ່າສຽງທຳມະຊາດ. ເຫຼົ່າຜີມານຮ້າຍຍອມຮັບວ່າພຣະຄຣິສຊົງເປັນພຣະເຈົ້າ ແລະ ສັ່ນສະທ້ານຕໍ່ໜ້າຣິດອຳນາດຂອງພຣະອົງ, ໃນຂະນະທີ່ມະນຸດພາກັນອ້ອນວອນຂໍຄວາມເມດຕາ ແລະ ຂາບລົງດ້ວຍຄວາມຢ້ານກົວສຸດຂີດ. {GC 637.2}
ຄົນຈອງຫອງອັບອາຍ, ຄົນຊອບທຳເບີກບານ
ຜູ້ເຜີຍພຣະທຳໃນສະໄໝບູຮານ ເມື່ອໄດ້ເຫັນວັນຂອງພຣະເຈົ້າໃນນິມິດ ໄດ້ກ່າວວ່າ: “ຮ້ອງຄວນຄາງດ້ວຍຄວາມເຈັບປວດສາເຖີດ ວັນຂອງພຣະເຈົ້າຢາເວມາໃກ້ແລ້ວ ຄືມື້ທີ່ພຣະເຈົ້າອົງຊົງຣິດອຳນາດຍິ່ງໃຫຍ່ນຳໄພພິບັດມາ.” (ເອຊາຢາ 13:6). “ພວກເຂົາຈະລີ້ຢູ່ໃນຖ້ຳ ຢູ່ໃນໂງ່ນຫີນຕາມເນີນພູ ຫຼື ຂຸດຮູຢູ່ໃນດິນ ເພື່ອຊອກຫາທີ່ຈະປົບໜີຈາກຄວາມໂກດຮ້າຍຂອງພຣະເຈົ້າຢາເວ ແລະ ຫຼົບລີ້ຈາກຣິດອຳນາດ ແລະ ສະຫງ່າຣາສີຂອງພຣະອົງ. ວັນໜຶ່ງຈະມາເຖິງ ເມື່ອຄວາມອວດອົ່ງຈອງຫອງຂອງມະນຸດຈະສິ້ນສຸດລົງ ແລະ ຄວາມອວດດີຂອງພວກເຂົາຈະຖືກທຳລາຍ. ແລ້ວແມ່ນພຣະເຈົ້າຢາເວເທົ່ານັ້ນ ທີ່ຈະໄດ້ຮັບກຽດ ແລະ ຄຳຍົກຍໍສັນລະເສີນ. ໃນວັນນັ້ນ ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ ຈະເຮັດໃຫ້ທຸກຄົນທີ່ມີອຳນາດ, ທຸກຄົນທີ່ອວດອົ່ງ ແລະ ທຸກຄົນທີ່ຈອງຫອງນັ້ນໄດ້ຖ່ອມຕົວລົງ.” “ເມື່ອວັນນັ້ນມາເຖິງ ພວກເຂົາຈະໂຍນຮູບເຄົາລົບເປັນເງິນເປັນຄຳ ທີ່ພວກເຂົາໄດ້ສ້າງຂຶ້ນນັ້ນຖິ້ມເສຍ ແລະ ປະໃຫ້ເປັນບ່ອນຢູ່ຂອງໂຕໜູ ແລະ ໂຕເຈຍ. ເມື່ອພຣະເຈົ້າຢາເວມາເຮັດໃຫ້ໂລກສັ່ນສະເທືອນ ປະຊາຊົນຈະລີ້ຢູ່ໃນຖ້ຳ ຢູ່ໃນໂງ່ນຫີນຕາມເນີນພູ ຫຼື ຂຸດຮູຢູ່ໃນດິນ ເພື່ອຊອກຫາທີ່ຈະປົບໜີຈາກຄວາມໂກດຮ້າຍຂອງພຣະອົງ ແລະ ຫຼົບລີ້ຈາກຣິດອຳນາດ ແລະ ສະຫງ່າຣາສີຂອງພຣະອົງ.” (ເອຊາຢາ 2:10–12; 20–21). {GC 638.1}
ແສງດາວສ່ອງຜ່ານໝູ່ເມກ, ເຈີດຈ້າກວ່າເກົ່າເຖິງສີ່ເທົ່າ ເມື່ອທຽບກັບຄວາມມືດອ້ອມຂ້າງ. ແສງນັ້ນນຳຄວາມຫວັງ ແລະ ຄວາມຊົມຊື່ນຍິນດີມາສູ່ຜູ້ສັດຊື່, ແຕ່ເປັນເຄື່ອງໝາຍແຫ່ງການຕັດສິນລົງໂທດ ແລະ ພຣະພິໂຣດຂອງພຣະເຈົ້າສຳລັບຜູ້ທີ່ລະເມີດພຣະບັນຍັດຂອງພຣະອົງ. ບັດນີ້ຜູ້ທີ່ໄດ້ສະຫຼະທຸກສິ່ງເພື່ອພຣະຄຣິສ ໄດ້ຮັບຄວາມປອດໄພ ແລະ ຖືກເຊື່ອງຊ່ອນໄວ້ ເໝືອນດັ່ງຢູ່ໃຕ້ຮົ່ມກຳບັງໃນພຣະວິຫານຂອງພຣະເຈົ້າ (ເບິ່ງ ເພງສັນລະເສີນ 27:5). ພວກເຂົາໄດ້ຜ່ານການທົດສອບແລ້ວ ແລະ ໄດ້ພິສູດຄວາມສັດຊື່ຕໍ່ພຣະອົງ ຜູ້ສິ້ນພຣະຊົນເພື່ອພວກເຂົາ ຕໍ່ໜ້າຊາວໂລກ ແລະ ຜູ້ໝິ່ນປະໝາດຄວາມຈິງ. ການປ່ຽນແປງອັນໜ້າອັດສະຈັນໄດ້ເກີດຂຶ້ນກັບຜູ້ທີ່ຢຶດໝັ້ນໃນຄວາມສັດຊື່ ແມ່ນໃນຍາມທີ່ຕ້ອງປະເຊີນກັບຄວາມຕາຍ. ພວກເຂົາໄດ້ຮັບການປົດປ່ອຍຢ່າງກະທັນຫັນ ຈາກການປົກຄອງອັນໂຫດຮ້າຍ ແລະ ມືດມົນຂອງມະນຸດທີ່ມີຈິດໃຈຊົ່ວຮ້າຍຄືຜີມານ. ໃບໜ້າຂອງພວກເຂົາທີ່ເຄີຍຊີດຂາວ, ເຕັມໄປດ້ວຍຄວາມອິດເມື່ອຍ ແລະ ຄວາມວິຕົກກັງວົນ ບັດນີ້ກັບເບີກບານດ້ວຍຄວາມຍິນດີ, ຄວາມເຊື່ອ ແລະ ຄວາມຮັກ. ພວກເຂົາຮ້ອງຂຶ້ນດ້ວຍສຽງເພງແຫ່ງໄຊຊະນະວ່າ: “ພຣະເຈົ້າເປັນທີ່ກຳບັງ ແລະ ກຳລັງຂອງພວກຂ້ານ້ອຍ ພຣະອົງພ້ອມຊ່ວຍເຫຼືອໃນຄາວພວກຂ້ານ້ອຍຍາກລຳບາກ. ສະນັ້ນ, ພວກຂ້ານ້ອຍຈຶ່ງບໍ່ຢ້ານແມ່ນວ່າ ໂລກນີ້ສະທ້ານຫວັ່ນໄຫວ ໜ່ວຍພູຖະຫຼົ່ມໃສ່ມະຫາສະໝຸດອັນເລິກກໍຕາມ ເຖິງແມ່ນວ່ານ້ຳທະເລສົ່ງສຽງບ້າຄັ່ງດັງຮ້າຍແຮງ ຈົນເນີນພູສັ່ນສະເທືອນຍ້ອນຄວາມຮຸນແຮງນັ້ນ.” (ເພງສັນລະເສີນ 46:1–3). {GC 638.2}
ໃນຂະນະທີ່ຄຳອະທິຖານແຫ່ງຄວາມເຊື່ອໝັ້ນອັນບໍຣິສຸດນີ້ ກຳລັງຂຶ້ນໄປເຖິງພຣະເຈົ້າ, ໝູ່ເມກກໍແຍກອອກ ແລະ ທ້ອງຟ້າອັນເຕັມໄປດ້ວຍດວງດາວກໍປາກົດໃຫ້ເຫັນ ເປັນພາບທີ່ງົດງາມເກີນທີ່ຈະບັນລະຍາຍໄດ້ ເມື່ອທຽບກັບຄວາມມືດມົວຂອງທ້ອງຟ້າສ່ວນອື່ນ. ແສງຣັດສະໝີພາບແຫ່ງເມືອງວິໄລ ສ່ອງລົງມາຈາກປະຕູທີ່ແງ້ມໄວ້. ໃນທັນໃດນັ້ນ, ມີມືປາກົດຢູ່ເທິງທ້ອງຟ້າ ຖືແຜ່ນຫີນສອງແຜ່ນທີ່ພັບໄວ້ນຳກັນ. ຜູ້ເຜີຍພຣະທຳກ່າວວ່າ: “ຟ້າສະຫວັນປະກາດວ່າ ພຣະເຈົ້າຊົງຊອບທຳ ແລະ ຜູ້ຕັດສິນຄວາມແມ່ນພຣະອົງເອງ ຄືພຣະເຈົ້າ.” (ເພງສັນລະເສີນ 50:6). ພຣະບັນຍັດອັນສັກສິດນັ້ນ ຄືຄວາມຊອບທຳຂອງພຣະເຈົ້າ ເຊິ່ງຖືກປະກາດທ່າມກາງຟ້າຮ້ອງ ແລະ ແປວໄຟທີ່ພູເຂົາຊີນາຍ ເພື່ອເປັນແນວທາງຂອງຊີວິດ; ບັດນີ້, ພຣະບັນຍັດນັ້ນ ໄດ້ຖືກເປີດເຜີຍໃຫ້ມະນຸດເຫັນວ່າເປັນກົດເກນໃນການພິພາກສາ. ມືນັ້ນເປີດແຜ່ນຫີນອອກ ແລະ ຄົນທັງຫຼາຍໄດ້ເຫັນພຣະບັນຍັດສິບປະການ ດຸດດັ່ງຂຽນດ້ວຍປາກກາເພີງ. ຖ້ອຍຄຳເຫຼົ່ານັ້ນຈະແຈ້ງຈົນທຸກຄົນອ່ານອອກ. ເມື່ອຄົນທັງຫຼາຍໄດ້ເຫັນພຣະບັນຍັດນັ້ນ, ພວກເຂົາພາກັນຈື່ຄວາມຈິງທັງໝົດ; ຄວາມເຊື່ອຖືອັນງົມງວາຍ ແລະ ຄຳສອນຜິດໆໄດ້ຖືກກຳຈັດອອກຈາກຈິດໃຈ. ພຣະບັນຍັດສິບປະການຂອງພຣະເຈົ້າ ເຖິງແມ່ນວ່າ ຈະເປັນຂໍ້ຄວາມສັ້ນໆກໍຕາມ ແຕ່ມີຄວາມໝາຍກວ້າງຂວາງ ແລະ ເດັດຂາດ; ບັດນີ້, ໄດ້ປາກົດຕໍ່ໜ້າມະນຸດທຸກຄົນແລ້ວ. {GC 639.1}
ບໍ່ມີຖ້ອຍຄຳທີ່ຈະພັນລະນາເຖິງຄວາມຢ້ານກົວ ແລະ ຄວາມສິ້ນຫວັງຂອງຜູ້ທີ່ເຄີຍຢຽບຢ້ຳພຣະບັນຍັດອັນສັກສິດຂອງພຣະເຈົ້າ. ພຣະເຈົ້າຊົງມອບພຣະບັນຍັດໃຫ້ພວກເຂົາ ເພື່ອພວກເຂົາຈະສາມາດປຽບທຽບອຸປະນິໄສຂອງຕົນກັບພຣະບັນຍັດ ແລະ ຮູ້ເຫັນຂໍ້ບົກຜ່ອງຂອງຕົນຕອນທີ່ຍັງມີໂອກາດກັບໃຈໃໝ່ ແລະ ປັບປຸງຕົວເອງ. ແຕ່ຍ້ອນວ່າຢາກເປັນທີ່ຍອມຮັບຂອງຊາວໂລກ ພວກເຂົາກໍປະຖິ້ມພຣະບັນຍັດເຫຼົ່ານັ້ນ ແລະ ສອນຄົນອື່ນໃຫ້ລະເມີດນຳ. ພວກເຂົາພະຍາຍາມບັງຄັບໄພ່ພົນຂອງພຣະເຈົ້າໃຫ້ລ່ວງລະເມີດວັນສະບາໂຕຂອງພຣະອົງ. ບັດນີ້, ພວກເຂົາຖືກພິພາກສາລົງໂທດ ດ້ວຍພຣະບັນຍັດທີ່ພວກເຂົາໄດ້ດູຖູກ. ພວກເຂົາເຫັນຢ່າງຈະແຈ້ງແລ້ວວ່າບໍ່ມີຂໍ້ແກ້ຕົວໃດໆ. ພວກເຂົາໄດ້ເລືອກແລ້ວວ່າຈະຮັບໃຊ້ ແລະ ນະມັດສະການຜູ້ໃດ. “ອີກເທື່ອໜຶ່ງ ປະຊາຊົນຂອງເຮົາຈະເຫັນຄວາມແຕກຕ່າງລະຫວ່າງສິ່ງທີ່ເກີດຂຶ້ນຕໍ່ຄົນຊອບທຳ ແລະ ຄົນອະທຳ ແລະລະຫວ່າງສິ່ງທີ່ເກີດຂຶ້ນຕໍ່ຜູ້ທີ່ຮັບໃຊ້ພຣະເຈົ້າ ແລະ ຕໍ່ຜູ້ທີ່ບໍ່ຮັບໃຊ້ພຣະອົງ.” (ມາລາກີ 3:18). {GC 639.2}
ເມື່ອເຖິງເວລານັ້ນ, ຜູ້ທີ່ຕໍ່ຕ້ານພຣະບັນຍັດຂອງພຣະເຈົ້າ ຕັ້ງແຕ່ພວກສາສະໜາຈານຈົນຮອດຜູ້ຕ່ຳຕ້ອຍທີ່ສຸດ ຈະມີຄວາມເຂົ້າໃຈໃໝ່ກ່ຽວກັບຄວາມຈິງ ແລະ ໜ້າທີ່ຂອງມະນຸດ. ພວກເຂົາເຫັນວ່າວັນສະບາໂຕຕາມພຣະບັນຍັດຂໍ້ທີສີ່ ເປັນຕາປະທັບຂອງພຣະເຈົ້າຜູ້ຊົງພຣະຊົນຢູ່ ແຕ່ກໍຊ້າເກີນໄປເສຍແລ້ວ. ຄົນເຫຼົ່ານີ້ເຫັນລັກສະນະທີ່ແທ້ຈິງຂອງວັນສະບາໂຕປອມ ແລະ ເຫັນວ່າຊີວິດຂອງຕົນໄດ້ກໍ່ສ້າງຢູ່ເທິງດິນຊາຍ ແຕ່ກໍສວາຍເກີນໄປແລ້ວ. ພວກເຂົາພົບວ່າ ຕົນເອງໄດ້ຕໍ່ສູ້ກັບພຣະເຈົ້າ. ພວກສາສະໜາຈານໄດ້ພາຄົນໄປສູ່ຄວາມພິນາດ ໃນຂະນະທີ່ອ້າງວ່າກຳລັງນຳພາໄປສູ່ປະຕູສະຫວັນ. ໃນວັນພິພາກສາຄັ້ງສຸດທ້າຍມະນຸດຈຶ່ງຈະຮູ້ວ່າ ຜູ້ທີ່ຢູ່ໃນຕຳແໜ່ງສັກສິດນັ້ນມີຄວາມຮັບຜິດຊອບອັນໃຫຍ່ຫຼວງພຽງໃດ ແລະ ຜົນຂອງການບໍ່ສັດຊື່ຂອງພວກເຂົານັ້ນຮ້າຍແຮງປານໃດ. ພວກເຮົາຈະບໍ່ຊາບຊຶ້ງໃນຄວາມສູນເສຍທີ່ເກີດຂຶ້ນເມື່ອມະນຸດຄົນໜຶ່ງພິນາດ ຈົນກວ່າພວກເຮົາຈະເຂົ້າສູ່ຊີວິດນິຣັນ. ຈຸດຈົບຂອງຜູ້ທີ່ພຣະເຈົ້າຊົງກ່າວວ່າ: “ເຈົ້າຜູ້ຮັບໃຊ້ທີ່ຊົ່ວຮ້າຍ ຈົ່ງໄປໃຫ້ພົ້ນ” ນັ້ນຈະໜ້າຢ້ານກົວແທ້. {GC 640.1}
ອົງພຣະຜູ້ເປັນເຈົ້າສະເດັດມາ
ພຣະສຸຣະສຽງຂອງພຣະເຈົ້າດັງກ້ອງມາຈາກສະຫວັນປະກາດວັນ ແລະ ຊົ່ວໂມງແຫ່ງການສະເດັດມາຂອງພຣະເຢຊູ ພ້ອມທັງມອບພັນທະສັນຍາອັນຕະຫຼອດໄປເປັນນິດແກ່ໄພ່ພົນຂອງພຣະອົງ. ພຣະສຸຣະສຽງຂອງພຣະອົງກ້ອງກັງວານໄປທົ່ວໂລກ ເໝືອນດັ່ງສຽງຟ້າຮ້ອງທີ່ດັງທີ່ສຸດ. ຊົນຊາດອິດສະຣາເອນຂອງພຣະເຈົ້າຢືນຟັງຢູ່ ດວງຕາຈັບຈ້ອງຢູ່ເບື້ອງເທິງ. ໃບໜ້າທຸກຄົນສະຫວ່າງສະໄຫວດ້ວຍສະຫງ່າຣາສີຂອງພຣະອົງ ແລະ ເປັ່ງປະກາຍເໝືອນໃບໜ້າຂອງໂມເຊ ເມື່ອເພິ່ນລົງມາຈາກພູເຂົາຊີນາຍ. ຄົນອະທຳບໍ່ສາມາດຫຼຽວເບິ່ງພວກເຂົາໄດ້. ເມື່ອການປະກາດດັງຂຶ້ນ ເພື່ອອວຍພອນຜູ້ທີ່ໄດ້ຖວາຍກຽດແດ່ພຣະເຈົ້າດ້ວຍການຮັກສາວັນສະບາໂຕຂອງພຣະອົງໃຫ້ບໍຣິສຸດ, ພວກເຂົາໂຮ່ຮ້ອງສະຫຼອງໄຊ ດ້ວຍສຽງກຶກກ້ອງກັງວານ. {GC 640.2}
ບໍ່ດົນກໍມີເມກດຳນ້ອຍໆກ້ອນໜຶ່ງປາກົດທາງທິດຕາເວັນອອກ, ມີຂະໜາດປະມານເຄິ່ງຝ່າມືຄົນ. ມັນຄືເມກອ້ອມຮອບພຣະຜູ້ຊ່ວຍໃຫ້ລອດ ເຊິ່ງເບິ່ງແຕ່ໄກເໝືອນກັບວ່າພຣະອົງຖືກຫໍ່ຫຸ້ມດ້ວຍຄວາມມືດ. ໄພ່ພົນຂອງພຣະເຈົ້າຮູ້ວ່າ ນີ້ແມ່ນໝາຍສຳຄັນແຫ່ງບຸດມະນຸດ. ພວກເຂົາຈ້ອງເບິ່ງກ້ອນເມກນັ້ນຢ່າງມິດງຽບ, ຍິ່ງເຄື່ອນເຂົ້າມາໃກ້ໂລກເທົ່າໃດ ກ້ອນເມກນັ້ນກໍຍິ່ງມີແສງຣັດສະໝີຫຼາຍຂຶ້ນເທົ່ານັ້ນ ຈົນກາຍເປັນເມກຂາວກ້ອນໃຫຍ່. ດ້ານລຸ່ມຂອງເມກມີແສງຣັດສະໝີຄ້າຍຄືກັບໄຟທີ່ລຸກໄໝ້, ມີສາຍຮຸ້ງແຫ່ງພັນທະສັນຍາໂຄ້ງຢູ່ຂ້າງເທິງ. ພຣະເຢຊູສະເດັດມາດັ່ງຜູ້ພິຊິດອັນຍິ່ງໃຫຍ່ ບໍ່ແມ່ນໃນຖານະມະນຸດທີ່ຕ້ອງດື່ມຈາກຈອກແຫ່ງຄວາມອັບອາຍ ແລະ ຄວາມເສົ້າສະຫຼົດໃຈອີກຕໍ່ໄປ, ແຕ່ພຣະອົງສະເດັດມາໃນຖານະຜູ້ມີໄຊຊະນະອັນຍິ່ງໃຫຍ່ໃນສະຫວັນ ແລະ ແຜ່ນດິນໂລກ ເພື່ອພິພາກສາທັງຄົນເປັນ ແລະ ຄົນຕາຍ. ພຣະອົງຊົງພຣະນາມວ່າ, “‘ສັດຊື່’ ແລະ ‘ທ່ຽງແທ້.’ ພຣະອົງ…ຊົງພິພາກສາ ແລະ ສູ້ຮົບດ້ວຍຄວາມຍຸຕິທຳ. ຝູງກອງທັບໃນສະຫວັນ…ຕິດຕາມພຣະອົງໄປ.” (ພຣະນິມິດ 19:11, 14). ເຫຼົ່າທູດສະຫວັນບໍຣິສຸດຈຳນວນມະຫາສານທີ່ບໍ່ອາດນັບໄດ້ ກໍຕິດຕາມພຣະອົງໄປ ພ້ອມດ້ວຍການຮ້ອງບົດເພງອັນໄພເລາະແຫ່ງສະຫວັນ. ທ້ອງຟ້າເຕັມໄປດ້ວຍເຫຼົ່າທູດສະຫວັນ ທີ່ສະຫວ່າງສະໄຫວເຮືອງຮອງ. ທູດສະຫວັນເຫຼົ່ານີ້ມີຈຳນວນ “ໝື່ນຄູນໝື່ນ…ແລະ ພັນຄູນພັນ.” (ພຣະນິມິດ 5:11 ສະບັບລາວບູຮານ). ບໍ່ມີຜູ້ໃດສາມາດພັນລະນາພາບນີ້ໄດ້, ບໍ່ມີໃຜສາມາດເຂົ້າໃຈເຖິງຄວາມຮຸ່ງເຮືອງອັນຍິ່ງໃຫຍ່ຂອງມັນໄດ້. “ສະຫງ່າຣາສີຂອງພຣະອົງປົກຄຸມທົ່ວເທິງຟ້າສະຫວັນ, ທີ່ແຜ່ນດິນໂລກ ກໍເຕັມດ້ວຍຄຳສັນລະເສີນຂອງພຣະອົງ. ພຣະອົງສະເດັດມາພ້ອມແສງສະຫວ່າງສະໄຫວ ອັນເປັນແສງທີ່ສຸກໃສຂອງຟ້າແມບເຫຼື້ອມ.” (ຮາບາກຸກ 3:3, 4). ເມື່ອກ້ອນເມກອັນມີຊີວິດນັ້ນເຄື່ອນເຂົ້າມາໃກ້ຂຶ້ນ, ຕາທຸກຄົນຈະເຫັນອົງເຈົ້າຊີວິດ. ພຣະອົງບໍ່